ສະເຫນີສ້າງຕັ້ງສານສະເພາະໃຫ້ແກ່ຜູ້ອາຍຸບໍ່ເຖິງກະສຽນໃນປີ2015

ສະເຫນີສ້າງຕັ້ງສານສະເພາະໃຫ້ແກ່ຜູ້ອາຍຸບໍ່ເຖິງກະສຽນໃນປີ2015 - ảnh 1
ທ່ານ​ນາງໂງ​ທິ​ມີນຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ
ພາບ:vietbao.vn


(vovworld)-​ ຄາດ​ວ່າ​ໃນ​ປີ 2015, ຫວຽດ​ນາມ ຈະ​ສ້າງ​ຕັ້ງ “ສານ​ຄ​ອບ​ຄົວ ແລະ ຜູ້  ອາ​ຍຸ​ບໍ່​ເຖິງ​ກະ​ສຽນ”. ລະ​ບົບ​ສານ​ສະ​ເພາະ​ຕ່າງ​ຫາກນີ້ ແມ່ນ​ບ່ອນ​ພິ​ພາກ​ສານ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຄອບ​ຄົວ, ເດັດ​ນ້ອຍ. ທ່ານ​ນາງ ໂງ​ທິ​ມີນ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ ໃຫ້​ຮູ້​ວ່າ: ເລື່ອງ​ສ້າງ​ຕັ້ງ​ສານ​ຄອບ​ຄົວ ແລະ ຜູ້ອາ​ຍຸບໍ່​ເຖິງ​ກະ​ສຽນ ຈະ​ຮັບ​ປະ​ກັນ​ສິດ​ດີ​ທີ່​ສຸດ​ໃຫ້​ແກ່​ເດັກ​ນ້ອຍ ແລະ ຜູ້​ອາ​ຍຸ​ບໍ່​ເຖິງ​ກະ​ກຽນ.  ການ​ສ້າງ​ຕັ້ງ​ສານ​ຄອບ​ຄົວ ແລະ ຜູ້ ​ອາ​ຍຸບໍ່​ເຖິງ​ກະ​ສຽນ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ສຶກ​ສາ, ຊ່ວຍ​ເຫລືອ​ຜູ້ມີ​ອາ​ຍຸ​ບໍ່​ເຖິງກະ​ສຽນທີ່ລະ​ເມີດ​ກົດ​ໝາຍເພື່ອ​ແກ້​ຄວາ​ມ​ຜິດ​ຂອງ​ຕົນ, ພັດ​ທະ​ນາ​ຢ່າງ​ປອດ​ໃສ ແລະ ກາຍ​ເປັນ​ພົນ​ລະ​ເມືອງ​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ.
ຂ່າວ/ບົດ​ອື່ນ