ຂົວໝີທ້ວນໂດຍອົດສະຕາລີອຸປະຖຳກໍ່ສ້າງ
(ພາບ: mytour.vn)
(vovworld)- ວັນທີ 27/3 ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ສະຫະພັນບັນດາອົງການຈັດຕັງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອົດສະຕາລີ (1973-2013). ກ່າວຄຳເຫັນນະທີ່ນີ້, ທ່ານເຮືອງອກທ້ວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຊີ້ແຈງວ່າ: ອົດສະຕາລີ ແມ່ນຄູ່ຮ່ວມມືພັດທະນາສຳຄັນຂອງຫວຽດນາມ ຂະນະທີ່ຍາມໃດກໍ່ສະຫງວນການໃຫ້ບຸລິມະສິດສູງໃຫ້ແກ່ຫວຽດນາມ, ພິເສດແມ່ນໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ. ພ້ອມກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ການພົວພັນສອງຝ່າຍລະຫວ່າງນະຄອນໂຮ່ຈິມິນ ແລະ ທ້ອງຖິ່ນຕ່າງໆຂອງອົດສະຕາລີ ກໍ່ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ ຜ່ານບັນດາການເຄື່ອນໄຫວທີ່ແທດຈິງ. ທ່ານ John McAnulty ຫົວໜ້າກົງສູນອົດສະຕາລີ ປະຈຳນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນກ່ວາໝູ່ຂອງອົດສະຕາລີໃນພາກພື້ນ.