ທ່ານ Othamar Hardegger
ຫົວໜ້າກົງສູນໃຫຍ່ສະວິດ ປະຈຳ ນະຄອນໂຮ່ຈີມິນ
(ພາບສຳນັກຂ່າວສານຫວຽດນາມ)
(vovworld)- ກ່າວຄວາມເຫັນທີ່ພິທີ ໂດຍ ກົງສູນໃຫຍ່ສະວິດ ປະຈຳ ນະຄອນໂຮ່ຈີມິນ ຈັດຂື້ນໃນຕອນຄ່ຳວັນທີ 7/7, ທ່ານ Othamar Hardegger, ຫົວໜ້າກົງສູນໃຫຍ່ສະວິດ ປະຈຳ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ ການພົວພັນສອງຝ່າຍ ຫວຽດນາມ-ສະວິດ ໄດ້ພັດທະນາຢ່າງເຂັ້ມແຂງ ແລະ ການຮ່ວມມື ມີປະສິດທິຜົນ ໃນຫຼາຍຂົງເຂດ. ສະວິດ ຫວັງວ່າຈະບັນລຸ ສັນຍາການຄ້າເສລີ ທີ່ພວມຢູ່ໃນວິວັດການເຈລະຈາ ລະຫວ່າງ ສະຫະສະມາຄົມການຄ້າເສລີ ເອີລົບ- EFTA (ໃນນັ້ນມີສະວິດ) ແລະ ຫວຽດນາມ ໂດຍໄວ. ນີ້ຈະເປັນສັນຍານທີ່ສຳຄັນ ແລະ ສ້າງກຳລັງໜູນຊຸກຍູ້ ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ. ສະວິດ ພ້ອມແລ້ວທີ່ຈະແບ່ງປັນ ແລະ ສືບຕໍ່ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດທີ່ເປັນທ່າແຮງຂອງຕົນ.
ເນັ້ນໜັກເຖິງການພົວພັນ ລະຫວ່າງ ສອງປະເທດ ຫວຽດນາມ-ສະວິດ ທີ່ພວມພັດທະນາໃນທຸກໆດ້ານ, ທ່ານ ເລແທງລຽມ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ປັດຈຸບັນ ສະວິດເປັນໜຶ່ງໃນບັນດາຄູ່ຮ່ວມມື ທີ່ສຳຄັນແຖວໜ້າ ຂອງຫວຽດນາມ ຢູ່ເອີລົບ. ໃນມໍ່ໆນີ້ ການເຊັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ- EFTA ຈະເປັນພື້ນຖານທີ່ໜັກແໜ້ນ ເພື່ອໃຫ້ຫວຽດນາມ ແລະ ສະວິດ ຜັນຂະຫຍາຍບັນດາ ການຮ່ວມມືດ້ານເສດຖະກິດ ໃນໄລຍະຈະມາເຖິງຢ່າງເຂັ້ມແຂງ, ເປີດກາລະໂອກາດການດຳເນີນທຸລະກິດໃໝ່ ໃຫ້ປະຊາຄົມວິສາຫະກິດສອງຂອງປະເທດ.