ສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນ ອາກາດລັດເຊຍແລະ ວັນປົດປ່ອຍພາກໃຕ້ ຫວຽດນາມ


ສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນ ອາກາດລັດເຊຍແລະ ວັນປົດປ່ອຍພາກໃຕ້ ຫວຽດນາມ - ảnh 1

ທ່ານ​ຟ້າ​ມຊວນ​ເຊີນ​ກ່າວ​ຄຳ​ເຫັນ​ທີ​ພິທີ

(ພາບ: vov)

 (vovworld)- ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງກຳລັງ​ປ້ອງ​ກັນ​ອາກາດ​ລັດ​ເຊຍ ​ແລະ ວັນປົດປ່ອຍພາກ​ໃຕ້​ຫວຽດນາມ ​ໄດ້​ດຳ​ເນີນ​ໄປ​ເມື່ອ​ວັນ​ທີ 19/4 ​ໂດຍ​ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍ ​ເຄີຍ​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ຢູ່​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຈັດຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດ​ຖະທູດ ຫວຽດນາມ ປະຈຳ​ລັດ​ເຊຍ ​ເນັ້ນໜັກ​ວ່າ:

   “ບັນດາ​ຄຸນງາມຄວາມ​ດີ, ການ​ອຸທິດ​ສ່ວນຂອງ​ບັນດາ​ນັກຮົບ, ນາຍ​ທະຫານ​ລັດ​ເຊຍ ​ເພື່ອ​ຊ່ວຍ​ເຫຼືອ ປຊຊ ຫວຽດນາມ ​ແມ່ນ​ມີ​ປະ​ໂຫຍ​ດທີ່​ສຸດ. ພວກຂ້າພະ​ເຈົ້າບໍ່​ມີ​ວັນ​ລື່ມສິ່ງ​ດັ່ງກ່າວ. ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ຂອງກຳລັງ​ປ້ອງ​ກັນ​ອາກາດ​ລັດ​ເຊຍ ​ແລະ ສະ​ເຫຼີ​ມສະຫຼອງວັນປົດປ່ອຍພາກ​ໃຕ້​ຫວຽດນາມ, ອີກ​ເທື່ອ 1, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຂອງ​ພວກ​ຂ້າພະ​ເຈົ້າຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ພວກ​ເພື່ອນ​ທີ່​ໄດ້​ສະຫງວນ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າມີ​ຄວາມ​ປະຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ, ​ໃນ​ຈຸດ​ເວລາ​ຫຍູ້​ງຍາກ, ສັບສົນ​ໃນ​ປະຈຸ​ບັນ​ຂອງ​ໂລກ, ກອງທັບ ​ແລະ ປຊຊ ລັດ​ເຊຍ ຍັງ ສືບ​ຕໍ່​ມີ​ການ​ຮ່ວມ​ມື​ກັບ​ຫວຽດນາມ“./.

ຂ່າວ/ບົດ​ອື່ນ