(ພາບປະກອບ)
(vovworld) - ຕອນຄໍ່າວັນທີ 11/04, ຢູ່ຮ່າໂນ້ຍ, ສະຖານທູດ ອິດສຣາແອນ ແລະ ສະຖານບັນດົນຕີແຫ່ງຊາດ ໄດ້ຈັດລາຍງານສະແດງ “ຂົວເຊື່ອມຕໍ່ເພື່ອນມິດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອີດສຣາແອນ. ທ່ານນາງ Meirav Eilon Shahar ໄດ້ສົ່ງສານຂອງທ່ານປະທານາທິບໍດີອິດສະຣາແອນ Simon Pertes ທີ່ຝາກເຖິງໃຫ້ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ໃນນັ້ນຊີ້ແຈ້ງວ່າ: ອິດສຣາແອນ ຕີລາຄາສູງການພົວພັນ 2 ຝ່າຍກັບຫວຽດນາມ ແລະ ຈະສືບຕໍ່ສ້າງສາຍພົວພັນນີ້ບົນພື້ນຖານມິດຕະພາບ ເພື່ອເພີ່ມທະວີ ແລະ ເປີດກວ້າງກວ່າອີກ. ໃນໄລຍະຈະມາເຖິງ, ສະຖານທູດຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງບັນດາເຫດການວັດທະນະທຳ, ການຕ່າງປະເທດ ເພື່ອໃຫ້ປີ 2013 ກ່າຍເປັນປີບານພັບຢ່າງແທ້ຈິ່ງ ແລະ ເປັນຂີດໝາຍ 20 ປີແຫ່ງການຮ່ວມມື.