(vovworld) - ຕອນບ່າຍວັນທີ 10/4, ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ຝຣັ່ງ (12/04/1973 – 12/04/2013). ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ຫວນຄືນບັນດາບາດກ້າວພັດທະນາເປັນໜ້າຊື່ນຊົມໃນການພົວພັນ ຫວຽດນາມ - ຝຣັ່ງ. ມາຮອດປະຈຸບັນ, ຝຣັ່ງ ແມ່ນຄູ່ຮ່ວມມື ເອີລົບ ອັນດັບໜຶ່ງຂອງ ຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນບັນລຸ 3,2 ຕື້ USD ແລະ ເງິນລົງທຶນໂດຍກົງ
ບັນລຸ 3,14 ຕື້ USD. 2 ປະເທດພວມຜັນຂະຫຍາຍຫຼາຍໂຄງການຮ່ວມມື 2 ຝ່າຍກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ, ຄົມມະນາຄົມ - ຂົນສົ່ງ ແລະ ການບິນ. ມີຫຼາຍໂຄງການຮ່ວມມືລະຫວ່າງ ຝຣັ່ງ - ຫວຽດນາມ ໃນຂົງເຂດອື່ນຄື: ການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີ, ການຮ່ວມມື …ໄດ້ ແລະ ພວມໄດ້ຮັບການສົມທົບກັນປະຕິບັດຢ່າງມີປະສິດທິຜົນ. ກ່າວຄຳເຫັນນະພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ Jean Noel Poirier ຢືນຢັນວ່າ:
“ຫວຽດນາມ ມີທີ່ຕັ້ງພິເສດໃນນ້ຳໃຈຂອງປະຊາຊົນ ຝຣັ່ງນັບທັງໃນປະຈຸບັນ ແລະ ໃນອະດິດຕະການ. ພວກເຮົາສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຝຣັ່ງ ແຕ່ຄວາມຈິງແລ້ວ, ການພົວພັນລະຫວ່າງ 2 ປະເທດໄດ້ມີມາແຕ່ດົນນານ. ປະເທດ ຝຣັ່ງ ເຂົ້າໃຈແຈ້ງຄວາມສຳຄັນຂອງປີ 1973 ໃນປະຫວັດສາດຂອງ ຫວຽດນາມ. ດັ່ງນັ້ນ, 2 ປະເທດພວກເຮົາຈຶ່ງຕົກລົງຈັດຕັ້ງປີ ຝຣັ່ງ - ຫວຽດນາມ”