ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ-ມາເລເຊຍ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ-ມາເລເຊຍ - ảnh 1

(ພາບປະກອບ)

(vovworld)- ວັນ​ທີ 29/3, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ, ສະຖານທູດ​ມາ​ເລ​ເຊຍ ປະຈຳ​ຫວຽດນາມ ທີ່​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ມາ​ເລ​ເຊຍ (30/3/1973-30/3/2013). ກ່າວ​ຄຳ​ເຫັນ​ທີ່ງານ​ຊຸມນຸມ​ມິດ​ຕິງ, ທ່ານ​ໂດ໋ຫິ໋ວຮ່າວ, ປະທານ​ສະ​ມາ​ຄົມ​ມິດຕະພາບ​ຫວຽດນາມ-​ມາ​ເລ​ເຊຍ ​ເນັ້ນໜັກ​ວ່າ: ​ໃນ 40 ປີຜ່ານມາ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງຫວຽດນາມ-​ມາ​ເລ​ເຊຍ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ໜ້າ​ຊື່ນ​ຊົມ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດມາ​ເລ​ເຊຍ ປະຈຳ ຫວຽດນາມ Dato Azmil Zabidi ​ໃນ​ການ​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ຢືນຢັນ​ວ່າ:

   “​ໃນ 40 ປີຜ່ານມາ, ການ​ພົວພັນ​ລະຫວ່າ​ງຫວຽດນາມ-​ມາ​ເລ​ເຊຍ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່. ການ​ຄ້າ​ສອງ​ຝ່າຍ​ໄດ້​ບັນລຸ​ກ່ວາ 9 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2012. ການ​ລົງທຶນ​ຂອງມາ​ເລ​ເຊຍ ​ເຂົ້າຫວຽດນາມ ກໍ່​ບັນລຸ​ໄດ້​ປະມານ 12 ຕື້​ໂດ​ລາ​ສະຫະລັດ. ສິ່ງ​ດັ່ງກ່າວ​ສະ​ແດງໃຫ້​ເຫັນ​ຄວາມ​ເຊື່ອໝັ້ນຂອງ​ບັນດາ​ນັກ​ລົງທຶນມາ​ເລ​ເຊຍ ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງຫວຽດນາມ. ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ

 

 

 

 

ຂ່າວ/ບົດ​ອື່ນ