ສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງຕັ້ງ VOV ​ຄົມ​ມະ​ນາ​ຄົມແຫ່ງຊາດ

(VOVWORLD) - ຜ່ານ 8 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, VOV ຄົມມະນາຄົມນະຄອນໂຮ່ຈີມິນ ໄດ້ເຕີບໃຫຍ່ເທື່ອລະກ້າວ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສົມບູນແບບ
 
ສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງຕັ້ງ VOV ​ຄົມ​ມະ​ນາ​ຄົມແຫ່ງຊາດ - ảnh 1 ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 15 ທັນວາ, ຢູ່ນະຄອນໂຮ່ຈີມິນ, ຊ່ອງວິທະຍຸ VOV ຄົມມະນາຄົມແຫ່ງຊາດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງຕັ້ງ (15/12/2009- 15/12/2017). ຈາກຮ່າໂນ້ຍ ຕະຫຼອດຮອດນະຄອນ ໂຮ່ຈີມິນ, ປະຈຸບັນ ຄື້ນໄດ້ປົກຄຸມໄປທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຊ່ອງຄົມມະນາຄົມຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV ຄົມມະນາຄົມ) ໄດ້ກາຍເປັນເພື່ອນຮ່ວມເດີນທາງທີ່ລື້ງເຄີຍຂອງຜູ້ຂັບລົດ, ຂອງທ່ານຜູ້ຟັງວິທະຍຸທັງຢູ່ໃກ້ ແລະ ໄກ. ຜ່ານ 8 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, VOV ຄົມມະນາຄົມນະຄອນໂຮ່ຈີມິນ ໄດ້ເຕີບໃຫຍ່ເທື່ອລະກ້າວ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສົມບູນແບບ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ພາລະບົດບາດໂດຍການນຳ VOV ມອບໝາຍໃຫ້. ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:

        “ບັນດາບັນນາທິການ, ໂຄສົກ, ນັກເຕັກນິກ, ເພື່ອນຮ່ວມງານ, ນັກຂ່າວ ເຄື່ອນທີ່ຂອງ VOV ຄົມມະນາຄົມແມ່ນບັນດາເພື່ອນໜຸ່ມທີ່ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ. ອວຍພອນໃຫ້ພວກເພື່ອນມີຄວາມສຸດຈິດສຸດໃຈກ່ວາອີກເພື່ອສ້າງລາຍການໃຫມ່ ແລະ ນັບມື້ນັບດຶງດູດຜູ້ຟັງບໍ່ພຽງແຕ່ໃຫ້ VOV ຄົມມະນາຄົມເທົ່ານັ້ນ ຫາກຍັງໃຫ້ທັງ ວິທະຍຸກະຈາຍສຽງ ຫວຽດນາມ ອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ