ສະເຫຼີມສະຫຼອງ 90 ປີ ແຫ່ງວັນສະຖາປະນາລາຊະອານາຈັກໄທ

(VOVWORLD) -ວັນທີ 05 ທັນວາ, ສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີ ແຫ່ງວັນສະຖາປະນາລາຊະອານາຈັກໄທ (05/12/1927 – 05/12/2017) ແລະ ອາໄລຫາວັນຄ້າຍວັນເກີດຂອງອະດີດ ພະມະຫາສົມເດັດ ພະເຈົ້າມະຫາຊີວິດ ພູມີພົນອາດູນຍະເດດ.

ສະເຫຼີມສະຫຼອງ 90 ປີ ແຫ່ງວັນສະຖາປະນາລາຊະອານາຈັກໄທ - ảnh 1 ທ່ານນາງ ອຸຣີຣັດ ຣັດຕະນະພັກ, ຫົວໜ້າສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ນາງ ອຸຣີຣັດ ຣັດຕະນະພັກ, ຫົວໜ້າສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງໄດ້ຈັດຕັ້ງຂຶ້ນນອກຈາກເລື່ອງສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ກັບ ອະດີດ ພະມະຫາສົມເດັດ ພະເຈົ້າມະຫາຊີວິດ ພູມີພົນອາດູນຍະເດດ ແລ້ວຍັງສະແດງໃຫ້ເຫັນການພົວພັນຢ່າງໃກ້ຊິດສະໜິດສະໜົມລະຫວ່າງ ໄທ ແລະ ຫວຽດນາມ ໃນທຸກຂັ້ນທຸກລະດັບ ແລະ ການພົວພັນອັນແໜ້ນແຟ້ນ, ຮອບດ້ານລະຫວ່າງປະຊາຊົນສອງປະເທດ.

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ໄທ ເວົ້າລວມ ແລະ ການພົວພັນລະຫວ່າງ ນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ໄທ ນັບມື້ນັບພັດທະນາຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ