ສະເຫຼີມສະຫຼອງ226ປີວັນຊາດສ.ຝຣັ່ງຢູ່ຮ່າໂນ້ຍ
ພິທີສະເຫຼີມສະຫຼອງວັນຊາດ ສ. ຝຣັ່ງ ຢູ່ ນະຄອນ ໂຮ່ຈີມິນ
(ພາບ: Thanh Vũ/TTXVN)
|
(vovworld) – ຕອນຄ່ຳວັນທີ 14/7, ຢູ່ຮ່າໂນ້ຍ, ທ່ານ Jean Noel Poirier, ເອກອັກຄະລັດຖະທູດ ສ. ຝຣັ່ງ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 226 ປີແຫ່ງວັນຊາດ ສ. ຝຣັ່ງ (14/7/1789 – 14/7/2015). ເນື່ອງໃນໂອກາດນີ້, ຜູ້ຕາງໜ້າລັດຖະບານ ຫວຽດນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຂໍຝາກຄຳອວຍພອນເຖິງລັດຖະບານ ແລະ ປະຊາຊົນ ຝຣັ່ງ ພ້ອມກັບບັນດາເພື່ອນມິດ ຝຣັ່ງ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເນັ້ນໜັກວ່າ: ປະເທດ ຝຣັ່ງ ຍາມໃດກໍແມ່ນຄູ່ຮ່ວມມືລາຍໃຫຍ່ ແລະ ມີມາແຕ່ດົນນານຂອງ ຫວຽດນາມ, ທ່ານ ບຸ່ຍແທງເຊີນ ໃຫ້ຮູ້ວ່າ: ຂີດໝາຍໃຫຍ່ໃນການພົວພັນ 2 ປະເທດແມ່ນເລື່ອງ ຫວຽດນາມ ແລະ ຝຣັ່ງ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຈາກນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ໄດ້ຫັນເປັນລະອຽດໃນຫຼາຍຂົງເຂດທີ່ເໝາະສົມດ້ວຍບັນດາເສົາຄ້ຳທີ່ໄດ້ກຳນົດວ່າ: ແມ່ນດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ - ມະນຸດຊາດ.