(ພາບປະກອບ: baophutho.vn)
(vovworld): ທີ່ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກຄັ້ງທີ 43 ທີ່ຫາກໍ່ດຳເນີນໄປຢູ່ດາວໍສ ປະເທດສະວິດ, ປະຊາຄົມໂລກໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການພັດທະນາເສດຖະກິດ, ພິເສດແມ່ນໃນຂົງເຂດກະສິກຳ. ຕາມທ່ານກາວດຶດຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມແລ້ວ, ຫຼາຍປະເທດໃນໂລກຢາກທາບທາມບົດຮຽນຂອງຫວຽດນາມ ໃນການພັດທະນາກະສິກຳ. ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ແລກປ່ຽນບັນດາໝາກຜົນແຫ່ງການຜັນຂະຫຍາຍຂໍ້ລິເລີ່ມຮູບແບບຮ່ວມມືລະຫວ່າງພາກລັດ-ພາກເອກະຊົນໃນຂົງເຂດກະສິກຳ ເພື່ອແນໃສ່ພັດທະນາການຜະລິດ, ຮັກສາຕະຫຼາດສິນຄ້າກະສິກຳຕົ້ນຕໍຈຳນວນໜຶ່ງຂອງຫວຽດນາມ ເປັນປົກກະຕິ.