ສ້າງກົນໄກສະດວກກວ່າໃນການດຶງດູດຜູ້ເກັ່ງກ້າໃຫ້ແກ່ປະເທດຊາດ
ພາບປະກອບ:internet
|
(vovworld)- ຕອນບ່າຍວັນທີ 26/12 ຢູ່ ນະຄອນ ໂຮ່ຈິມີນ, ກະຊວງພາຍໃນ ໄດ້ຈັດຕັ້ງກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງດຳລັດກ່ຽວກັບນະໂຍບາຍດຶງດູດ, ສ້າງແຫລ່ງພະນັກງານ ຈາກນັກສຶກສາທີ່ເສັງຈົບມະຫາວິທະຍາໄລໄດ້ຄະແນນສູງ, ພະນັກງານວິທະຍາສາດຫນຸ່ມ. ດ້ວຍບັນດາຂໍ້ກຳນົດ, ນະໂຍບາຍບຸລິມະສິດ, ລະບຽບການຮັບສະໝັກພະນັກງານແມ່ນງ່າຍດາຍ, ຮ່າງດຳລັດດັ່ງກ່າວຈະແມ່ນມາດຕະການແກ້ໄຂສະພາບການດຶງດູດນັກສຶກສາດີເດັ່ນເຂົ້າເຮັດວຽກຢູ່ບັນດາມະຫາວິທະຍາໄລກໍຄື ດຶງດູດຜູ້ເກັ່ງກ້າພວມຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ ກັບຄືນເມືອອຸທິດສ່ວນໃຫ້ປະເທດຊາດ. ບັນດານະໂຍບາຍໃນດຳລັດຈະໄດ້ຮັບການປະຕິບັດທົດລອງ ນັບແຕ່ປີ 2016 ຮອດປີ 2020 ດ້ວຍຄວາມຫວັງຢາດດຶງດູດຜູ້ເກັ່ງກ້າຢ່າງຫນ້ອຍສຸດ 1.000 ຄົນໃຫ້ແກ່ປະເທດຊາດ.