ການພົບປະໃນຕອນບ່າຍວັນທີ 25/10
|
(vovworld) – ຕອນບ່າຍວັນທີ 25/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ດີເດັ່ນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈີ່ນດ້າຍກວາງ ຖືວ່າ: ໃນສະພາບການປະເທດຊາດພວມເຊື່ອມໂຍງນັບມື້ນັບເລິກເຊິ່ງ ກ້ວາງຂວາງ ເຂົ້າກັບເສດຖະກິດພາກພື້ນ ແລະ ໂລກ, ຕ້ອງສ້າງຖັນແຖວນັກທຸລະກິດ, ນັກວິສາຫະກິດເຕີບໃຫຍ່, ເຂັ້ມແຂງທັງດ້ານປະລິມານ, ຄຸນນະພາບ, ເຄື່ອນໄຫວຢ່າງມີປະສິດທິຜົນ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ຕ້ອງຍົກສູງຄວາມເອກອ້າງທະນົງໃຈຕໍ່ຊາດ, ດຳເນີນທຸລະກິດຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ສ້າງຄຸນສົມບັດ, ວັດທະນະທຳການດຳເນີນທຸລະກິດ, ຮັບປະກັນວິສາຫະກິດພັດທະນາແບບຍືນຍົງ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ອອກແຮງງານໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ.