ສ້າງຖັນແຖວແພດໝໍໜຸ່ມຫວຽດນາມໃຫ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງພົບປະກັບສະມາຄົມແພດໝໍໜຸ່ມຫວຽດນາມ |
(vovworld)- ສ້າງຖັນແຖວແພດໝໍໜຸ່ມຫວຽດນາມໃຫ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງໄດ້ເນັ້ນໜັກຄືດັ່ງກ່າວ ທີ່ການພົບປະກັບສະມາຄົມແພດໝໍໜຸ່ມຫວຽດນາມເມື່ອຕອນບ່າຍວັນທີ 6/1 ຢູ່ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຫວັງວ່າ ຖັນແຖວແພດໝໍໜຸ່ມຫວຽດນາມຈະມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີຄວາມເຄົາລົບຕົນເອງ ແລະ ເປັນເຈົ້າຕົນເອງ, ທັງນີ້ກໍເພື່ອສ້າງພື້ນຖານສາທາລະນະສຸກຫວຽດນາມຢ່າງມີວິທະຍາສາດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນເຖິງຄວາມສຳຄັນຂອງໜ້າທີ່ເບິ່ງແຍງສຸຂະພາບຂອງປະຊາຊົນ, ໃນນັ້ນ ຂະແໜງສາທາລະນະສຸກ ແມ່ນອາຊີບພິເສດ ແລະ ສູງສົ່ງໃນສັງຄົມ, ແລະ ຫວັງວ່າບັນດາແພດໝໍໜຸ່ມຈະສືບທອດມູນເຊື້ອຂອງຄົນລຸ່ນກ່ອນໆ, ອຸທິດສ່ວນຢ່າງຫຼວງຫຼາຍໃຫ້ແກ່ພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດ.