( vovworld ) – ຕາມກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ໃນໄລຍະທີ່ຜ່ານມາ, ການພົວພັນດ້ານການຄ້າລະຫວ່າງສອງປະເທດ ຫວຽດນາມ-ໂຮນລັງ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍວົງເງິນການຄ້າຫຼາຍພໍສົມຄວນ ແລະ ເພີ່ມຂຶ້ນຢ່າງສະເໝີໃນແຕ່ລະປີ. ຖ້າຫາວ່າໃນປີ 2009, ຍອດວົງເງິນສົ່ງອອກສິນຄ້າຂອງ ຫວຽດນາມ ໄປຍັງຕະຫຼາດໂຮນລັງ ບັນລຸ 1,33 ຕື້ USD ນັ້ນ, ພາຍຫຼັງເວລາ 3 ປີ, ວົງເງິນນີ້ໄດ້ເພີ່ມຂຶ້ນຕື່ມອີກ 60% ເທົ່າກັບ 2,15 ຕື້ USD. ບັນດາຜູ້ຊ່ຽວຊານດ້ານເສດຖະກິດໃຫ້ຂໍ້ສັງເກດວ່າ: ໂຮນລັງ ບໍ່ມີນະໂຍບາຍຈຳກັດ ຊ້ຳບໍ່ໜຳ ຍັງສົ່ງເສີມການນຳເຂົ້າ, ສະນັ້ນ, ວິສາຫະກິດ ຫວຽດນາມ ຈະມີທ່າໄດ້ປຽບໃນການສົ່ງອອກສິນຄ້າຫຼາຍກ່ວາ ເມື່ອທຽບກັບການສົ່ງອອກໄປຍັງປະເທດອື່ນໆ.