ສ້າງລະບົບກົດໝາຍຫວຽດນາມໃຫ້ສົມບູນແບບ

ສ້າງລະບົບກົດໝາຍຫວຽດນາມໃຫ້ສົມບູນແບບ - ảnh 1
ທ່​ານ​ຮອງ​ຫົວ​ໜ້າ​ຄະ​ນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ ຫງວຽນ​ຢ​ວານ
​ແຄ໋ງ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 12/5 ຢູ່ ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ແຜນ​ການ​ສະ​ຫລຸບ 10 ປີ​ແຫ່ງວັນ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 48 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດສ້າງ​ລະ​ບົບ​ກົດ​ໝາຍ​ຂອງ ຫວຽດ​ນາມ ຮອດ​ປີ 2010 ໃຫ້​ສົມ​ບູນ​ແບບ, ກຳ​ນົດ​ທິດ​ຮອດ​ປີ 2020 ຢູ່​ພາກ​ເໜືອ. ຜ່ານ 10 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ, ວຽກ​ງານ​ນິ​ຕິ​ບັນ​ຍັດ​ຂອງ​ລັດ ມີ​ບັນ​ດາ​ຄວາມ​ກ​້າວ​ໜ້າ ແລະ ການ​ຫັນ​ປ່ຽນ​ໂດຍພື້ນ​ຖານ, ລະ​ບົບ​ກົດ​ໝາຍ ຫວຽດ​ນາມ ໄດ້​ສ້າງ​​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ, ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ສຳ​ຄັນ, ແມ່ນ​ກຳ​ລັງ​ໜູນ​ຢ່າງ​ແຮງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຮອບ​ດ້ານ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່​ານ​ຮອງ​ຫົວ​ໜ້າ​ຄະ​ນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ ຫງວຽນ​ຢ​ວານ​ແຄ໋ງ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ການ​ຄະ​ນະ​ຊ​ີ້​ນຳ ສະ​ເໜີ​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​​ຕ່າງໆສືບ​ຕໍ່​ສ້າງ​ລະ​ບ​ົບ​ກົດ​ໝາຍ, ບັນ​ດາ​ມາດ​ຕະ​ການກ່ຽວ​ກັບ​ການ​ສ້າງກົດ​ໝາຍ ແລະ ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ.


ຂ່າວ/ບົດ​ອື່ນ