ສ້າງແຜນການເຊື່ອມໂຍງດ້ານການທ່ອງທ່ຽວຫວຽດນາມໃນປະຊາຄົມເສດຖະກິດອາຊຽນ
ກອງປະຊຸມເຜີຍແຜ່ຍຸດທະສາດທ່ອງທ່ຽວອາຊຽນໄລຍະ 2016 – 2025
ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການເຊື່ອມໂຍງ
(ພາບ: hanoimoi)
(vovworld) - ວັນທີ 30/03, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດ “ກອງປະຊຸມເຜີຍແຜ່ຍຸດທະສາດທ່ອງທ່ຽວອາຊຽນໄລຍະ 2016 – 2025 ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການເຊື່ອມໂຍງ” ດ້ວຍການໜູນຊ່ວຍດ້ານເຕັກນິກຂອງ “ໂຄງການພັດທະນາກຳລັງຄວາມສາມາດການທ່ອງທ່ຽວມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ”. ກອງປະຊຸມເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍສຳລັບຂະແໜງທ່ອງທ່ຽວຫວຽດນາມ ໃນສະພາບເຊື່ອມໂຍງເຂົ້າກັບສາກົນ. ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ບັນດານັກຄຸ້ມຄອງ - ນັກວາງແຜນນະໂຍບາຍ, ນັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດ, ປະຊາຄົມວິສາຫະກິດ ກໍຄືຄົນງານແບ່ງປັນຂໍ້ມູນ, ບົດຮຽນ, ຕີລາຄາກາລະໂອກາດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນວິວັດການເຊື່ອມໂຍງຂອງຫວຽດນາມ. ນອກນັ້ນ, ນີ້ກໍແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດມີຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບເສັ້ນທາງເຊື່ອມໂຍງ, ຈາກນັ້ນ, ເປັນເຈົ້າການສ້າງແຜນການ, ຍຸດທະສາດເຄື່ອນໄຫວໃຫ້ເໝາະສົມ ແລະ ມີປະສິດທິຜົນ ເພື່ອກຳແໜ້ນກາລະໂອກາດ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນໄລຍະຈະມາເຖິງ, ພິເສດແມ່ນໃນສະພາບເຊື່ອມໂຍງດ້ານການທ່ອງທ່ຽວໃນປະຊາຄົມເສດຖະກິອາຊຽນ.