ກອງປະຊຸມທາບທາມຄຳເຫັນຕໍ່ແຜນການດຳເນີນງານແຫ່ງຊາດປະຕິບັດຍຸດທະສາດ
ພັດທະນາລຸ່ມແມ່ນ້ຳຂອງ
ພາບ:cpv.org.vn |
(vovworld) - ຕອນເຊົ້າວັນທີ 10/10 ຢູ່ ຮ່າໂນ້ຍ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນຕໍ່ແຜນການດຳເນີນງານແຫ່ງຊາດປະຕິບັດຍຸດທະສາດພັດທະນາລຸ່ມແມ່ນ້ຳຂອງ ເພື່ອຍື່ນສະເຫນີຕໍ່ສະພາຄະນະກຳມາທິການແມ່ນ້ຳຂອງສາກົນ. ແຜນຮ່າງດຳເນີນງານການປະຕິບັດຍຸດທະສາດພັດທະນາລຸ່ມແມ່ນ້ຳຂອງ ແມ່ນອີງໃສ່ການຄຸ້ມຄອງສັງລວມຊັບພະຍາກອນນ້ຳຊື່ງໄດ້ຮັບການສ້າງສຳເລັດຈາກຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ເມື່ອເດືອນ 7/2012. ຍຸດທະສາດແມ່ນໃຫ້ບຸລິມະສິດແກ້ໄຂບັນດາກາລະໂອກາດກໍຄືສິ່ງທ້າທາຍຂອງການພັດທະນາປະຈຸບັນ. ການສ້າງແຜນຮ່າງດຳເນີນງານຢ່າງຮອບດ້ານແມ່ນສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງລັດຖະບານ ຫວຽດນາມໃນການປະຕິບັດຍຸດທະສາດເວົ້າສະເພາະ ແລະ ສັນຍາແມ່ນ້ຳຂອງເວົ້າລວມ, ປະກອບສ່ວນໃນການກຳນົດທິດຍາວນານໃຫ້ແກ່ການເຄື່ອນໄຫວຂອງລຸ່ມແມ່ນ້ຳຂອງໃນໄລຍະຈະມາເຖິງ.