ພາບປະກອບ:tinmoi.vn
|
(vovworl)- ວັນທີ 25/8 ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງກອງປະຊຸມສຳມະນາຮັບເອົາຄຳເຫັນກ່ຽວກັບການສ້າງແຜນຮ່າງໂຄງການແຫ່ງຊາດຫນູນຊ່ວຍລະບົບຊີວະພາບເລີ່ມສ້າງອາຊີບ ປ່ຽນໃຫມ່ຫົວຄິດປະດິດສ້າງ ຢູ່ ຫວຽດນາມໃຫ້ສົມບູນແບບ. ແຜນຮ່າງໂຄງການດັ່ງກ່າວແມ່ນໄດ້ຮັບການສ້າງຂຶ້ນ ໂດຍອີງໃສ່ການຖອດຖອນບົດຮຽນຈາກບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ, ສິງກະໂປ, ສເກົາຫລີ, ອິດສະຣາແອນ.. ທ່ານ ຫງວຽນຮ່ວາງຫາຍ, ຮອງຫົວຫນ້າກົມໝູນໃຊ້ ແລະ ພັດທະນາເຕັກໂນໂລຊີ ໃຫ້ຮູ້ວ່າ: ນອກຈາກການສ້າງພື້ນຖານໂຄງລ່າງເຕັກນິກ ແລະນະໂຍບາຍຫນູນຊ່ວຍໃຫ້ການເລີ່ມສ້າງອາຊີບ, ວິສາຫະກິດ ຫວຽດນາມ ສາມາດນຳໃຊ້ການແກ້ລະຫັດບັນດາເຕັກໂນໂລຊີທັນສະໄຫມເພື່ອຍາດແຍ່ງພື້ນຖານໂຄງລ່າງຂອງບັນດາປະເທດກ້າວຫນ້າທີ່ໄດ້ສ້າງແລ້ວ.