ສ້າງໂຄງປະກອບຕະຫຼາດ ຂົນສົ່ງຄືນໃໝ່, ບຸລິມະສິດ ພັດທະນາທາງລົດໄຟ ແລະ ທາງນ້ຳ


ສ້າງໂຄງປະກອບຕະຫຼາດ ຂົນສົ່ງຄືນໃໝ່, ບຸລິມະສິດ ພັດທະນາທາງລົດໄຟ ແລະ ທາງນ້ຳ - ảnh 1

(ພາບ ປະກອບ)

(vovworld)- ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ່​ເຊັນ​ອະນຸມັດ​ຍຸດ​ທະ​ສາດ​ການ​ພັດທະນາ​ການ​ບໍລິການ​ຂົນ​ສົ່ງ​ຮອດ​ປີ 2020, ການ​ກຳນົດ​ທິດ​ຮອດ​ປີ 2030. ຕາມ​ນັ້ນ​ແລ້ວ​ຈະ​ໃຫ້​ບຸລິມະສິດ​ພັດທະນາ​ການ​ບໍລິການ​ຂົນ​ສົ່ງ​ທາງ​ລົດ​ໄຟ ​ແລະ ທາງນ້ຳພາຍ​​ໃນ​ປະ​ເທດ. ຍູ້​ແຮງ​ການ​ພັດທະນາ​ການ​ບໍລິການ​ຂົນ​ສົ່ງ ​ແລະ ທ່ອງ​ທ່ຽວທາງ​ທະ​ເລ, ຍົກ​ສູງ​ຄວາມ​ສາມາດ​ຮັບ​ກຳ​ປັ່ນທ່ອງ​ທ່ຽວ. ​ເພີ່ມ​ທະວີ​ຄວາມ​ສາມາດ​ເຊື່ອມ​ຕໍ່​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽງ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ຢ່າງ​ສະດວກ​ສະບາຍ. ​ເບີດ​ສາຍ​ການບິນ​ຢ່າງ​ຮີບ​ດ່ວນ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ຂົນ​ສົ່ງ​ຜູ້​ໂດຍສານ ​ແລະ ສິນຄ້າ​ໃນ​ສາຍ​ການບິນ​ຕ່າງໆ​ໄປ​ເອີ​ລົບ, ​ອາ​ເມ​ລິ​ກາ​ເໜືອ, ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ອາ​ຟຼິກກາ, ພ້ອມ​ທັງ​ຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫາ​ກິດ​ຂົນ​ສົ່ງ​ເປັນ​ຫຸ້ນ​ສ່ວນ.

   ຕາມ​ຍຸດ​ທະ​ສາດ, ສູ້​ຊົນ​ຮອດ​ປີ 2030, ຍອດ​ປະລິ​ມານ​ຂົນ​ສົ່ງ​ສິນຄ້າ​ຂອງ​ຫວຽດນາມ​ ບັນລຸ​ປະມານ 4,3 ຕື້​ໂຕນ, ຜູ້​ໂດຍສານ​ແມ່ນ 14 ຕື້​​ເທື່ອ​ຄົນ, ລະດັບ​ເຕີບ​ໂຕ​ສະ​ເລ່ຍຂອງ​ປະລິ​ມານ​ຂົນ​ສົ່ງ​ສິນຄ້າ​ໄລຍະ 2021-2030 ​ແມ່ນ 6,7% ​ແລະ ຜູ້​ໂດຍສານ​ແມ່ນ 8,2%.

 

ຂ່າວ/ບົດ​ອື່ນ