ສານຕວກກີ ປະຕິເສດປ່ອຍຕົວພາລະກອນສະຖານກົງສູນອາເມລິກາ

(VOVWORLD) -ສານແຫ່ງໜຶ່ງຂອງຕວກກີ ໄດ້ປະຕິເສດການປ່ອຍອິດສະຫຼະພາບໃຫ້ Metin Topuz, ເຊິ່ງແມ່ນພົນລະເມືອງຂອງຕວກກີ ທີ່ພວມເຮັດວຽກໃຫ້ສະຖານກົງສູນອາເມລິກາ, ເຊິ່ງຖືກກ່າວຫາວ່າ ເປັນນັກສືບ.

ທີ່ສານ, Metin Topuz ໄດ້ປະຕິເສດທຸກຄຳກ່າວຫາ ແລະ ຢືນຢັນວ່າ ບໍ່ແມ່ນຜູ້ຍົກອອກຄຳຕັດສິນ ແລະ ທຸກວຽກງານລ້ວນແຕ່ປະຕິບັດຕາມຄຳສັ່ງຂອງການນຳຂັ້ນເທິງຢູ່ອົງການປ້ອງກັນ, ຕ້ານຢາເສບຕິດອາເມລິກາ (DEA), ພ້ອມທັງເນັ້ນໜັກວ່າ, ບັນດາການຕິດຕໍ່ແມ່ນສ່ວນໜຶ່ງຂອງວຽກງານ.

        Metin Topuz ຖືກຈັບຕົວເມື່ອປີ 2017, ຖືກກ່າວຫາວ່າ ໄດ້ຕິດຕໍ່ກັບຕຳຫຼວດ ແລະ ໄອຍະການຜູ້ໜຶ່ງຖືກສົງໄສວ່າ ມີການພົວພັນກັບບາດຫຼວງ Fethullah Gulen, ຜູ້ທີ່ດຳລົງຊີວິດແບບພັດຖິ່ນຢູ່ອາເມລິກາ ແລະ ຖືກອຳນາດການປົກຄອງ ອານກາຣາ ກ່າວຫາວ່າ ແມ່ນຜູ້ວາງແຜນການເຮັດລັດຖະປະຫານທີ່ຖືກປະລາໄຊເມື່ອວັນທີ 15 ກໍລະກົດ 2016. ນອກນັ້ນ, Metin Topuz ກໍ່ຖືກກ່າວຫາວ່າ ເປັນນັກສືບ ແລະ ຈັດວາງວຽກງານຄ້າຂາຍອາວຸດຜ່ານການບໍລິການທາງ WhatsApp.

ຕອບກັບ

ຂ່າວ/ບົດ​ອື່ນ