ສານສູງສຸດອາເມລິກາສະໜັບສະໜູນຄຳສັ່ງຫ້າມເຂົ້າເມືອງສຳລັບບັນດາພົນລະເມືອງປະເທດອິດສະລາມ

(VOVWORLD) -ວັນທີ 26 ມິຖຸນາ, ສານສູງສຸດອາເມລິກາ ໄດ້ອອກຄຳຕັດສິນຮັກສາຄຳສັ່ງຫ້າມເຂົ້າເມືອງສຳລັບພົນລະເມືອງ 6 ປະເທດ ທີ່ມີພົນລະເມືອງສ່ວນຫຼາຍແມ່ນຖືສາສະໜາອິດສະລາມ ໂດຍທ່ານປະທານາທິບໍດີອາເມລິກາ Donald Trump ຍົກອອກມາ.

ສານໄດ້ປ່ອນບັດສະໜັບສະໜູນຄຳສັ່ງດັ່ງກ່າວ ດ້ວຍບັດສະໜັບສະໜູນ 5 ບັດ, ບັດຄັດຄ້ານ 4 ບັດ, ຜ່ານນັ້ນຢຸດຕິສົງຄາມດ້ານນິຕິກຳທີ່ມີຄວາມເຄັ່ງຖືກແກ່ຍາວ. ຜູ້ພິພາກສາ John Roberts ໃຫ້ຂໍ້ສັງເກດວ່າ, ລັດຖະບານໄດ້ຍົກອອກຄຳເກ້ຍກ່ອມກ່ຽວກັບ “ບຸລິມະສິດຮັບປະກັນຄວາມສະຫງົບແຫ່ງຊາດ”. ຄຽງຂ້າງນັ້ນ, ທ່ານ Roberts ກໍໃຫ້ຮູ້ວ່າ, ສານສູງສຸດບໍ່ວິພາກວິຈານກ່ຽວກັບລັກສະນະຖືກຕ້ອງຂອງນະໂຍບາຍລັດຖະບານ.

      ຕາມຄຳຕັດສິນດັ່ງກ່າວ, ທ່ານປະທານາທິບໍດີອາເມລິກາ Trump ຈະມີສິດອຳນາດໃຫຍ່ກວ່າໃນເລື່ອງຕົກລົງໃຫ້ຜູ້ເຂົ້າເມືອງໄດ້ຮັບອະນຸຍາດເຂົ້າອາເມລິກາ ແລະ ທ່ານ Trump ອາດຈະເພີ່ມເຕີ່ມບັນດາປະເທດອື່ນເຂົ້າໃນບັນຊີລາຍຊື່ບັນດາປະເທດຫ້າມເຂົ້າເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ