ສຳນັກງານປ້ອງກັນຄວາມສະຫງົບແຫ່ງຊາດ ຊີຣີ ຖືກວາງລະເບີດ

ສຳນັກງານປ້ອງກັນຄວາມສະຫງົບແຫ່ງຊາດ ຊີຣີ ຖືກວາງລະເບີດ - ảnh 1
ທ່ານ  Daoud Rajha ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຊີຣີ
ພາບ: internet

(vovworld) - ວັນ​ທີ 18/7 ​ໄດ້​ເກີດ​ເຫດ​ວາ​ງລະ​ເບີ​ດສະຫລະ​ຊີບ​ຢ່າງ​ຮ້າຍ​ແຮງ ​ແນ​ໃສ່​ສຳນັກງານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຊີຣີ ຢູ່ ນະຄອນຫລວງ Damascus ​ເຮັດ​ໃຫ້​ທ່ານ  Daoud Rajha ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຊີຣີ ພ້ອມ​ກັບ ທ່ານ Assef Shawkat ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປອ້ງກັນ​ປະ​ເທດ ​ແລະ ທ່ານ Mohamad Shard  ລັດຖະມົນຕີ​ກະຊວງ​ພາຍ​ໃນ ຊີຣີ ຖືກ​ເ​ສຍຊີວິດ. ​ເຫດ​ວາງ​ລະ​ເບ​ີດດັ່ງກ່າວ​ເກີດ​ຂຶ້ນ​ຢູ່ ​ເມືອງ Rawda ​​ເຊິ່ງແມ່ນ​ເມືອງ​ທີ່​ໄດ້ຮັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ເຄ່ັງ​ຄັດ ພິ​ເສດ​​ແມ່ນສະພາບ​​ເກີດ​ການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ລະຫວ່າງ​ກຳລັງ​ຂອງ​ລັດຖະບານ ​ແລະ ກຳລັງ​ຂອງ​ກອງທັບ​ເສລີ ຊີຣີ (FSA) ຢູ່ ນະຄອນຫລວງ Damascus ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ 4. ພາຍຫລັງ​ເກີດ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ, ມີ​ສອງ​ອົງການ​ໄດ້​ອອກ​ມາ​ກ່າວຮັບ​ຜິດຊອບ​ຕໍ່​ເຫດ​ວາງ​ລະ​ເບີດຄັ້ງ​ນີ້.

ຂ່າວ/ບົດ​ອື່ນ