ສຳເລັດການຕັ້ງຮູບປັ້ນປະທານໂຮ່ຈິມິນກັບເດັກຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ
ຮູບປັ້ນປະທານໂຮ່ຈິມິນກັບເດັກຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ |
(vovworld)- ວັນທີ 31/5, ຄະນະພັກນະຄອນໂຮ່ຈິມິນ ໄດ້ຈັດພິທີລາຍງານ ສຳເລັດການຕັ້ງຮູບປັ້ນປະທານໂຮ່ຈິມິນກັບເດັກຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາຄະນະພັກນະຄອນ ເລແທງຫາຍ ຢືນຢັນເຖິງຄວາມຕັດສິນໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ເດີນຕາມເສັ້ນທາງຊຶ່ງພັກກອມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ໄດ້ເລືອກເຟັ້ນ; ຍາມໃດກໍເອົາໃຈໃສ່ກໍ່ສ້າງລຸ່ນຄົນປະຕິວັດໃຫ້ຄົນລຸ່ນຫຼັງ, ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ເຍົາວະຊົນ, ອະນຸຊົນມີເງື່ອນໄຂດຳລົງຊີວິດ, ຮ່ຳຮຽນ ແລະ ພັດທະນາຮອບດ້ານ. ທ່ານເລຂາຄະນະພັກນະຄອນ ເລແທງຫາຍ ເນັ້ນໜັກວ່າ ອະນຸສາວະລີ ປະທານໂຮ່ຈິມິນ ແມ່ນການລະດົມກຳລັງໃຈແກ່ຊາວນະຄອນ ອອກແຮງແຂ່ງຂັນ, ສູ້ຊົນກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນານະຄອນໃຫ້ສິວິໄລ, ທັນສະໄໝ.