ຮອບເຈລະຈາ FTA 3 ຝ່າຍຢູ່ ໂຕກຽວ ໃນວັນທີ 16/1
(ພາບ: AFP/TTXVN)
|
(vovworld) – ວັນທີ 12/5, ຜູ້ຕາງໜ້າຂອງ ສ. ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງໃໝ່ທີ່ແກ່ຍາວເປັນເວລາ 2 ວັນກ່ຽວກັບສັນຍາການຄ້າເສລີ (FTA) 3 ຝ່າຍຢູ່ ເຊີອູນ, ສ. ເກົາຫຼີ, ໃນຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງ. ນີ້ແມ່ນຮອບເຈລະຈາຄັ້ງທີ 7 ກ່ຽວກັບ FTA ນັບແຕ່ເມື່ອ 3 ປະເທດຈັດຕັ້ງຮອບເຈລະຈາຄັ້ງທີ 1 ໃນເດືອນ 3/2013. ຮອບເຈລະຈາໄລຍະມໍ່ໆມານີ້ໄດ້ຮັບການຈັດຕັ້ງຢູ່ເຊີອູນແຕ່ວັນທີ 13 – 17/4. ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ. ເກົາຫຼີ ໃຫ້ຮູ້ວ່າ: ທີ່ການປະຊຸມຂອງບັນດາຫົວໜ້າຄະນະ, ຝ່າຍຕ່າງໆຈະສຸມໃສ່ເຂົ້າໃນບັນດາບັນຫາຕົ້ນຕໍທີ່ຍັງຄົງຄ້າງຄື: ຫຼັກການພື້ນຖານເຈລະຈາກ່ຽວກັບການຫັນຕະຫຼາດເປັນເສລີໃຫ້ແກ່ບັນດາຜະລິດຕະພັນກໍ່ຄືບັນດາວິທີເພື່ອບັນລຸໄດ້ການຫັນຕະຫຼາດເປັນເສລີ. ຖ້າຫາກໄດ້ຮັບການລົງນາມ, ຂໍ້ຕົກລົງ 3 ຝ່າຍນີ້ຈະກາຍເປັນໜຶ່ງໃນບັນດາ FTA ມີຄວາມໝາຍທີ່ສຸດໃນພາກພື້ນ, ເຊື່ອມຕໍ່ 3 ໃນຈຳນວນ 4 ພື້ນຖານເສດຖະກິດໃຫຍ່ຢູ່ ອາຊີ ແລະ ກໍ່ແມ່ນ FTA ສະບັບທຳອິດເຊື່ອມຕໍ່ ສ. ເກົາຫຼີ ແລະ ຍີ່ປຸ່ນ, ປະເທດພັດທະນາໜຶ່ງດຽວເຊິ່ງ ສ. ເກົາຫຼີ ບໍ່ທັນໄດ້ເຊັນ FTA.