ສ.ເກົາຫຼີຊອກຫາວິທີເພື່ອຮັດແຄບຊ່ອງຫວ່າງລະຫວ່າງອາເມລິກາແລະສປປ.ເກົາຫຼີ

(VOVWORLD) -ວັນທີ 18 ພຶດສະພາ, ວົງການເຈົ້າໜ້າທີ່ສ.ເກົາຫຼີ ໃຫ້ຮູ້ວ່າ, ເນື່ອງໃນໂອກາດການພົບປະທີ່ຈະມາເຖິງຂອງທ່ານກັບທ່ານປະທານາທິບໍດີອາເມລິກາ Donald Trump, ປະທານາທິບໍດີຂອງປະເທດນີ້ທ່ານ Moon Jae in ຈະມານະພະຍາຍາມ, ເພື່ອເປັນຄົນກາງໄກ່ເກ່ຍໃຫ້ແກ່ຂໍ້ຕົກລົງນິວເຄຼຍລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ.

ຄາດວ່າ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຈະພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 22 ພຶດສະພາ ຈະມາເຖິງຢູ່ວໍຊິງຕັນ, ກ່ອນ 3 ອາທິດທີ່ທ່ານ Trump ຈະມີການພົບປະເປັນຄັ້ງທຳອິດກັບການນຳສປປ.ເກົາຫຼີ Kim Jong un ຢູ່ສິງກະໂປ. ທ່ານຮອງຫົວໜ້າຫ້ອງການປ້ອງກັນຄວາມສະຫງົບແຫ່ງຊາດ ຂຶ້ນກັບທຳນຽບປະທານາທິບໍດີສ.ເກົາຫຼີ Nam Gwan Pyo ໃຫ້ຮູ້ວ່າ, ເຊີອຸນ ລໍຄອຍການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ອາເມລິກາ ທີ່ຈະມາເຖິງນັ້ນ, ຈະສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງວໍຊິງຕັນ ແລະ ພຽງຢາງ, ຊ່ວຍໃຫ້ການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ບັນລຸຜົນສຳເລັດ.

      ແລະກໍ່ໃນວັນດຽວກັນ, ກະຊວງທ້ອນໂຮມປະເທດສ.ເກົາຫຼີ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ຍັງບໍ່ທັນເຫັນດີຕໍ່ບັນຊີລາຍຊື່ບັນດານັກຂ່າວເຊິ່ງລັດຖະບານສ.ເກົາຫຼີ ຄັດເລືອກເພື່ອເຂົ້າຮ່ວມການທຳລາຍຮາກຖານທົດລອງນິວເຄຼຍ Punggye – ri ໃນອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ