ສ.ເກົາຫຼີແລະຈີນເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືສ້າງແຫຼມເກົາຫຼີປອດນິວເຄຼຍ

ສ.ເກົາຫຼີແລະຈີນເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືສ້າງແຫຼມເກົາຫຼີປອດນິວເຄຼຍ - ảnh 1
ທະຫານສ ເກົາຫຼີ ລາດຕາເວນຢູ່ເກາະ Yeonpyeong
(ພາບ: AFP/TTXVN)


(vovworld) - ສ ເກົາຫລີ ແລະ ຈີນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​​ແຫຼ​ມ ​ເກົາຫຼີ ປອດ​ນິວ​ເຄຼຍ​. ຂໍ້​ຕົກລົງ​ດັ່ງກ່າວ​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ຢູ່ ​ເຊີ​ອູ​ນ ລະຫວ່າງ​ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ ​ເກົາຫຼີ Lee Kyung – soo ​ແລະ ຄູ່​ຕຳ​ແຫຼ່ງ ຈີນ ລີ​ວ​ເຈີ​ນໜິນ ທີ່​ພວມ​ຢູ່​ຢ້ຽມຢາມ ສ ​ເກົາຫຼີ ​ໃນ​ວັນ​ທີ 21/2. ທີ່​ການ​ເຈລະຈາ, 2 ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນເອກະສັນ​ແລກ​ປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຈີນ ​ແລະ ສ ​ເກົາຫຼີ. 2 ຝ່າຍ​ເຫັນ​ດີ​ເປັ​ນເອກະສັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈີນ - ສ ​ເກົາຫຼີ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ​ແຕ່ປີ 2013. ຈີນ ຕົກລົງ​ພ້ອມ​ກັບ ສ ​ເກົາຫຼີ ​ເພີ່ມ​ທະວີ​ການ​​ແລກປ່ຽນ ​ແລະ ການ​ຮ່ວມ​ມື 2 ຝ່າຍ​ໃນປີ 2014, ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ.

ຂ່າວ/ບົດ​ອື່ນ