ສ.ເກົາຫຼີ ປະກາດສະພາວະສຸກເສີນລະດັບຊາດ ເພາະເກີດເຫດໄຟໄໝ້

(VOVWORLD) - ເຫດໄຟໄໝ້ໄດ້ເກີດຂຶ້ນໃນຕອນຄໍ່າວັນທີ 04 ເມສາ ຈາກຈອມພູແຫ່ງໜຶ່ງໃກ້ເຂດແຄມຝັ່ງທະເລທາງພາກຕາເວັນອອກສ່ຽງເໜືອ ສ.ເກົາຫຼີ ແລະ ເຮັດໃຫ້ 01 ຄົນເສຍຊີວິດ

ວັນທີ 5 ເມສາ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດສະພາວະສຸກເສີນລະດັບຊາດ ພາຍຫຼັງເກີດເຫດໄຟໄໝ້ຢ່າງຮ້າຍແຮງ ແລະ ແຜ່ລາມອອກໄປຮອດ 5 ນະຄອນ ແລະ ບັນດາເຂດຊົນນະບົດຢູ່ອ້ອມຂ້າມ ຢູ່ລຽບຕາມເຂດແຄມທະເລພາກຕາເວັນອອກສ່່ຽງເໜືອຂອງປະເທດນີ້.

ສ.ເກົາຫຼີ ປະກາດສະພາວະສຸກເສີນລະດັບຊາດ ເພາະເກີດເຫດໄຟໄໝ້ - ảnh 1   ເຫດໄຟໄໝ້ ເຮັດໃຫ້ 01 ຄົນເສຍຊີວິດ, ໄດ້ເຜົາໄໝ້ປ່າເປັນວົງກວ້າງ ແລະ ບັນດາກິດຈະກໍາກໍ່ສ້າງ

        ເຫດໄຟໄໝ້ໄດ້ເກີດຂຶ້ນໃນຕອນຄໍ່າວັນທີ 04 ເມສາ ຈາກຈອມພູແຫ່ງໜຶ່ງໃກ້ເຂດແຄມຝັ່ງທະເລທາງພາກຕາເວັນອອກສ່ຽງເໜືອ ສ.ເກົາຫຼີ ແລະ ເຮັດໃຫ້ 01 ຄົນເສຍຊີວິດ, ໄດ້ເຜົາໄໝ້ປ່າເປັນວົງກວ້າງ ແລະ ບັນດາກິດຈະກໍາກໍ່ສ້າງ ໂດຍໄດ້ຮັບຖືວ່າ ແປວໄຟດັ່ງກ່າວແມ່ນປະກົດຂຶ້ນຈາກແຄມທາງຢູ່ເທດສະບານເມືອງ Goseong, ຂຶ້ນກັບແຂວງ Gangwon, ຫ່າງຈາກຈະຄອນຫຼວງ ເຊີອູນ 160 km. ຫຼັງຈາກນັ້ນ, ກໍ່ເກີດມີລົມແຮງ ໄດ້ເຮັດໃຫ້ແປວໄຟລາມອອກໄປທາງພາກໃຕ້ ແລະ ໄໝ້ໄປສູ່ທົ່ວເຂດໃກ້ຄຽງຢ່າງວ່ອງໄວ. ວົງການເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຕີລາຄາ ຜົນເສຍຫາຍຈາກເຫດໄຟໄໝ້ຄັ້ງນີ້ ແມ່ນຢູ່ໃນລະດັບ “ບໍ່ເຄີຍມີມາກ່ອນ”. ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ໄດ້ຮຽກຮ້ອງບັນດາອົງການຮັບຜິດຊອບນໍາໃຊ້ທຸກແຫຼ່ງກໍາລັງທີ່ມີຢູ່ເພື່ອຮັບມືກັບເຫດໄຟໄໝ້ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ