(vovworld) – ທີ່ການປະຊຸມຂ່າວປະຈຳເດືອນໃນວັນທີ 21/05, ທ່ານນາງໂຄສົກກະຊວງເອກະພາບສ.ເກົາຫຼີ Park Su – jin ຢືນຢັນວ່າ ເຊີອູນ ຍັງຮັກສາການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ, ໂດຍບໍ່ຫົວຊາຕໍ່ເລື່ອງ ພຽງຢາງ ປະຕິເສດການຊ່ວຍເຫຼືອຂອງບາງອົງການພົນລະເຮືອນສ.ເກົາຫຼີ. ທ່ານນາງ Park Su – jin ໃຫ້ຮູ້ວ່າ ໄດ້ຮັບແຈ້ງຂ່າວຈາກຝ່າຍພຽງຢາງ ກ່ຽວກັບເລື່ອງ ສປປ.ເກົາຫຼີ ຢຸດຕິການຊ່ວຍເຫຼືອມະນຸດສະທຳຂອງບັນດາອົງການພົນລະເຮືອນສ.ເກົາຫຼີ ໂດຍຊົ່ວຄາວ ຍ້ອນບັນດາອົງການດັງກ່າວໄດ້ສວຍໃຊ້ການຊ່ວຍເຫຼືອເຂົ້າໃນຈຸດໝາຍການເມືອງ. ແຕ່ວ່າ ທ່ານນາງ Park Su – jin ກໍ່ຢືນຢັນຫຼັກໝັ້ັນຂອງລັດຖະບານສ.ເກົາຫຼີ ວ່າ ຈະສືບຕໍ່ຮັກສາການຊ່ວຍເຫຼືອມະນຸດສະທຳໃຫ້ປະຊາຊົນ ສປປ.ເກົາຫຼີ.