ສ.ເກົາຫຼີ ເຫັນດີພົບປະລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -  ວັນທີ 26 ພຶດສະພາ ກະຊວງເອກະພາບ ສ.ເກົາຫຼີ ຮັບຮອງເອົາແຜນການຂອງອົງການບໍ່ຂຶ້ນກັບລັດຖະບານ ທີ່ມີຊື່ວ່າ “ຂະບວນການແບ່ງປັນ ສ.ເກົາຫຼີ” ກ່ຽວກັບເລື່ອງພົບປະກັບ ສປປ.ເກົາຫຼີ
ສ.ເກົາຫຼີ ເຫັນດີພົບປະລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1 ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ (ພາບ: ຫວຽດນາມ+)

ນີ້ໄດ້ຮັບຖືວ່າ ແມ່ນສັນຍານຊີ້ໃຫ້ເຫັນ ເຊອູນ ພວມມີບັນດາການກະທຳ ເພື່ອແນໃສ່ຄອຍໆເຊື່ອມຕໍ່ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງສອງພາກ ເກົາຫຼີ ຄືນໃໝ່. ເຈົ້າໜ້າທີ່ລັດຖະບານຫລາຍທ່ານໃຫ້ຮູ້ວ່າ: ທີ່ການພົບປະ ເຊິ່ງໄດ້ຮັບການສະເໜີ 2 ຝ່າຍຈະປຶກສາຫາລືເລື່ອງສືບຕໍ່ການສະໜອງອຸປະຖຳໃຫ້ ສປປ. ເກົາຫຼີ ແລະ ບັນດາໂຄງການຮ່ວມມືລະຫວ່າງ 2 ຝ່າຍ. ຖ້າຫາກໄດ້ຮັບການປະຕິບັດ ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ນັບແຕ່ເມື່ອທ່ານ Moon Jae-in ເດີນຕາມແນວທາງເສລີ ກາຍເປັນປະທານາທິບໍດີ ສ.ເກົາຫຼີ ໃນຕົ້ນເດືອນພຶດສະພານີ້ ໃນສະພາວະທີ່ປະກົດຄວາມຫວັງຫລາຍຢ່າງ ກ່ຽວກັບການຮ່ວມມືພົບປະກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ