ສເກົາຫຼີ ແລະ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານວິທະຍາສາດ
(ພາບ:vietnamplus.vn)
(VOV)- ວັນທີ 29/10, ຢູ່ເຊີອູນ, ທ່ານ Lee Ju Ho ລັດຖະມົນຕີວ່າການກະຊວງສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີສເກົາຫຼີ ແລະ ທ່ານ Nguyen Quan ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ລົງນາມໃນບົນບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ. ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ Lee Ju Ho ຫວັງວ່າ, ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຈະປະກອບສ່ວນເຂົ້າໃນການເຕີບໂຕພື້ນຖານເສດຖະກິດຂອງຫວຽດນາມ ໃນອະນາຄົດ ແລະ ເປັນພື້ນຖານໃນການພົວພັນຄູ່ຮ່ວມມື ການຮ່ວມມືມິດຕະພາບດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ສເກົາຫຼີ. ສ່ວນທ່ານທ່ານລັດຖະມົນຕີ Nguyen Quan ກໍ່ໄດ້ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນຈາກສເກົາຫຼີ ໃນການສ້າງພື້ນຖານວິທະຍາສາດເຕັກໂນໂລຊີກໍ່ຄືການພັດທະນາປະເທດຊາດ ແລະ ຖືເຕັກໂນໂລຊີແມ່ນມາດຕະການບຸກທະລຸ. ທ່ານລັດຖະມົນຕີ Nguyen Quan ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາວ່າຝ່າຍສເກົາຫຼີ ຈະໜູນຊ່ວຍສ້າງບັນດາກົນໄກນະໂຍບາຍກ່ຽວກັບວິທະຍາສາດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງວິທະຍາສາດ ເຕັກໂນໂລຊີກໍ່ຄືສ້າງບັນດາໂຄງການຄົ້ນຄ້ວາລວມລະຫວ່າງສອງປະເທດ.