ສ ເກົາຫຼີ ປະຕິບັດສຳເລັດໂຄງການດຳເນີນງານໃຫ້ແກ່ການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ ເກົາຫຼີ

(VOVWORLD) - ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການກະກຽມ ມີທ່ານ Myoung – gyon, ລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ແລະ ທ່ານ Chung Eui Yong...

ສ ເກົາຫຼີ ປະຕິບັດສຳເລັດໂຄງການດຳເນີນງານໃຫ້ແກ່ການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae - in

(ພາບ:Yonhap/TTXVN)

ວັນທີ 22 ເມສາ, ທຳນຽບປະທານາທິບໍດີ ສ. ເກົາຫຼີ ໄດ້ປະກາດວ່າ, ທ່ານ Moon Jae – in, ປະທານາທິບໍດີ ປະເທດນີ້ ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການກະກຽມໃຫ້ແກ່ການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ເຊິ່ງຈະຈັດຕັ້ງໃນທ້າຍອາທິດຈະມາເຖິງ, ຕາມນັ້ນແລ້ວ, ໂຄງການດຳເນີນງານໃຫ້ແກ່ການພົບປະນີ້ໄດ້ຖືກສ້າງສຳເລັດແລ້ວ.

        ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການກະກຽມ ມີທ່ານ Myoung – gyon, ລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ແລະ ທ່ານ Chung Eui Yong, ຫົວໜ້າຫ້ອງການຄວາມໝັ້ນຄົງແຫ່ງຊາດຂຶ້ນກັບທຳນຽບປະທານທິບໍດີ ສ. ເກົາຫຼີ. ທ່ານ Chung Eui Yong ແມ່ນໜຶ່ງໃນເຈົ້າໜ້າທີ່ ສ ເກົາຫຼີ 2 ທ່ານໄດ້ມີການພົບປະກັບການນຳ ສປປ ເກົາຫຼີ Kim Jong – un ຢູ່ ພຽງຢາງ ເມື່ອເດືອນ ມີນາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ