ຫຼຸດຜ່ອນຜົນສະທ້ອນສິ່ງແວດລ້ອມໃນການເຕີບໂຕເສດຖະກິດຢູ່ຫວຽດນາມ

ຫຼຸດຜ່ອນຜົນສະທ້ອນສິ່ງແວດລ້ອມໃນການເຕີບໂຕເສດຖະກິດຢູ່ຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ “​ເຕີບ​ໂຕ​ເສດຖະກິດ: ຄຸ້ມ​ຄອງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ
(ພາບ: voh.com.vn)

(vovworld) - ວັນ​ທີ 8/3, ຢູ່​ນະຄອນ​ໂຮ່ຈີ​ມິນ, ກົມ​ໃຫຍ່​ສິງ​ແວດ​ລ້ອມ ​ແລະ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “​ເຕີບ​ໂຕ​ເສດຖະກິດ: ຄຸ້ມ​ຄອງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ”. ທ່ານ ຫງວຽນ​ແທ໋ດົ່ງ, ຮອງ​ຫົວໜ​້າກົມ​ໃຫຍ່​ສິ່ງ​ແວ​ດລ້ອມ ​ໃຫ້​ຮູ້​ວ່າ: ຊຸມ​ປີຜ່ານມາ, ຫວຽດນາມ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ, ບັນ​ລຸ​ໄດ້​ຫຼາຍ​ຜົນງານ​ທີ່​ປະ​ທັບ​ໃຈ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ​ກໍ່​ປະ​ເຊີນ​ໜ້າ​ກັບ​ບັນດາ​ບັນຫາ​ກ່ຽວ​ກັບ​ມົນ​ລະ​ພິດ ​ແລະ ການ​ຊຸດ​ໂຊມ​ສິ່ງ​ແວດ​ລ້ອມ​ໄດ້​ປະກົດ​ຕົວ ​ແລະ ​ເພີ່ມ​ຂຶ້ນ​ຢ່າງ​ວອງ​ໄວ, ກາຍ​ເປັນ​ບັນຫາ​ທີ່​ ​ແລະ ຮ້ອນ​ເຮັ່ງ, ​ແມ່ນ​ຄວາມ​​ເອົາ​ໃຈ​ໃສ່​ຕົ້ນຕໍ​ຂອງ​ລັດ ​ແລະ ສັງຄົມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ໄດ້​ແລກປ່ຽນ, ​ແບ່ງປັນ​ບັນດາ​ບັນຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຕົ້ນຕໍ​ເຊິ່ງວິ​ສາ​ຫະກິດ​ຂອງ​ຫວຽດນາມ ພວມ​ປະ​ເຊີນໜ​້າ, ພ້ອມ​ກັນ​ນັ້ນ​ກໍ​ຊີ້​ແຈງ​ບັນດາ​ຍຸດ​ທະ​ສາດ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ນຳ​ໃຊ້​ບັນດາ​ຍຸດ​ທະ​ສາດ​ເພື່ອ​ເພີ່ມ​ມູນ​ຄ່າ​ໃຫ້​ແກ່​ຜະລິດ​ຕະພັນ ​ແລະ ສ້າງ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ແຂງ​ແຮງ.

ຂ່າວ/ບົດ​ອື່ນ