ຫັນ​ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເປັນ​​ລະ​ອຽດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳໄດ້ຕີລາຄາສູງໝາກຜົນຂອງການປະຕິບັດວຽກງານກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດການເມືອງ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນປີທີ່ຜ່ານມາ
ຫັນ​ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເປັນ​​ລະ​ອຽດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn)

ຕອນບ່າຍວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳເພື່ອກວດກາຄືນໝາກຜົນການຜັນຂະຫຍາຍວຽກງານຂອງ ຄະນະຊີ້ນຳໃນປີ 2020 ແລະ ສະເໜີບັນດາທິດທາງ, ໜ້າທີ່ໃນປີ 2021.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳໄດ້ຕີລາຄາສູງໝາກຜົນຂອງການປະຕິບັດວຽກງານກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດການເມືອງ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນປີທີ່ຜ່ານມາແລະ ຕີລາຄາວ່າ ສະພາບແວດລ້ອມສາກົນໃນປີ 2021 ສືບຕໍ່ມີການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ມີສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງສຳລັບຫວຽດນາມ, ທ່ານ ຟ້າມບິ່ງມິງ ໄດ້ຊີ້ນຳວ່າ ຄວນຫັນແຜນນະໂຍບາຍກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນທີ່ໄດ້ຍົກອອກມາໃນເອກະສານກອງະຊຸມໃຫຍ່ ຄັ້ງທີ XIIIຂອງພັກໃຫ້ເປັນລະອຽດ, ເສີມຂະຫຍາຍບົດບາດນຳໜ້າ ຂອງ ການພົວພັນຕ່າງປະເທດໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງເອົາແຫຼ່ງກຳລັງພາຍນອກໃຫ້ໄດ້ຫຼາຍທີ່ສຸດເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ