ຫໍພິພິດທະພັນໂຮ່ຈິມິນເພີ່ມທະວີການຮ່ວມມືກັບຫໍພິພິດທະພັນໄກສອນພົມວິຫານ
(ພິທີເຊັນສັນຍາຮ່ວມມືລະຫວ່າງ
ຫໍພິພິດທະພັນຫວຽດນາມ ແລະ ຫໍພິພິດທະພັນລາວ)
(vovworld) - ພິທີເຊັນສັນຍາຮ່ວມມືລະຫວ່າງຫໍພິພິດທະພັນໂຮ່ຈິມິນ ຂອງຫວຽດນາມ ແລະ ຄະນະຮັບຜິດຊອບຫໍພິພິດທະພັນ ໄກສອນ ພົມວິຫານ ຂອງລາວ, ໄລຍະ 2016 – 2017, ຖືກດຳເນີນໄປໃນຕອນຄໍ່າວັນທີ 01/08, ຢູ່ນະຄອນຫຼວງວຽງຈັນ. ຕາມນັ້ນແລ້ວ, 2 ຝ່າຍຈະເພີ່ມທະວີວຽກງານແລກປ່ຽນວິຊາສະເພາະຄື: ສົມທົບກັນ ແລະ ຈັດຕັ້ງບັນດາກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບບັນດາປູຊະນີຍະສະຖານຂອງລາວ ຢູ່ຫວຽດນາມ ແລະ ປູຊະນີຍະສະຖານປະທານໂຮ່ຈິມິນຢູ່ລາວ; ສົມທົບກັນເກັບກຳບັນດາວັດຖຸສິ່ງຂອງ ຂອງສະເດັດເຈົ້າ ສຸພານຸວົງ ຢູ່ຫວຽດນາມ. 2 ຝ່າຍກໍແລກປ່ຽນບັນດາຂໍ້ມູນເອກະສານ, ຄົ້ນຄວ້າວິທະຍາສາດໃໝ່ກ່ຽວກັບປະທານໂຮ່ຈິນິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຢູ່ຫວຽດນາມ ແລະ ລາວ. ກ່າວຄຳເຫັນທີ່ພິທີເຊັນສັນຍາ, ທ່ານ ສຸວັນດີ ສີສະຫວັດ, ຫົວໜ້າຄະນະຮັບຜິດຊອບຫໍພິພິດທະພັນ ໄກສອນພົມວິຫານ ໃຫ້ຮູ້ວ່າ.
(ທ່ານ ສຸວັນດີ ສີສະຫວັດ)