ຫວຽດນາມກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສ.ປ.ຊ
ທ່ານເລຂາທິການໃຫຍ່ ສ.ປ.ຊ Ban ki moon ກ່າວປາໄສທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13. |
(vovworld)- ຕອນບ່າຍວັນທີ 23/5, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດກອງປະຊຸມສະຫຼຸບ 1 ປີແຫ່ງການປະຕິບັດໜ້າທີ່ເຂົ້າຮ່ວມການຮັກສາສັນຕິພາບ ສ.ປ.ຊ; ປະກາດໂຄງການສ້າງສູນຮັກສາສັນຕິພາບຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ; ທ່ານເລຂາທິການໃຫຍ່ ສ.ປ.ຊ Ban ki moon ; ພ້ອມກັບຜູ້ຕາງໜ້າ ສ.ປ.ຊ , ສະຖານທູດ, ທູດທະຫານປະເທດຕ່າງໆປະຈຳຫວຽດນາມ ແລະ ການນຳບາງກະຊວງ, ຂະແໜງການ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ຊີ້ແຈ້ງວ່າ ການ ເຂົ້າຮ່ວມການຮັກສາສັນຕິພາບ ສ.ປ.ຊ ແມ່ນໜ້າທີ່ອັນຫຍຸ້ງຍາກ ແຕ່ສູງສົ່ງທີ່ສຸດ. ບັນດານາຍທະຫານກອງທັບປະຊາຊົນຫວຽດນາມຈະແມ່ນທູດສັນຕິພາບຂອງຫວຽດນາມອອກສູ່ກັບໂລກ, ໄປຍັງບັນດາປະເທດທີ່ພວມມີຄວາມຫວັງມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ສ.ປ.ຊ Ban ki moon ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13. ໂດຍຕາງໜ້າສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຢືນຢັນວ່າ ບົນຈິດໃຈເຄົາລົບສິດທິມະນຸດ, ສິດປະຊາທິປະໄຕ, ສິດເອກະລາດ ອິດສະຫຼະພາບຂອງບັນດາປະເທດໃນໂລກ, ຫວຽດນາມ ຍາມໃດກໍເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາອົງການ ສ.ປ.ຊ ແລະ ຂອງສະຫະພັນລັດຖະສະພາສາກົນ ຊຶ່ງຜົນສຳເລັດຂອງກອງປະຊຸມ IPU 132 ດ້ວຍຖະແຫຼງການຮ່າໂນ້ຍ ໃນເວລາທີ່ຜ່ານມາແມ່ນພະຍານຫຼັກຖານຢັ້ງຢືນ.
ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່ ສ.ປ.ຊ Ban ki moon ພ້ອມດ້ວຍພັນລະຍາໄດ້ອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ.