ຫວຽດນາມຊອກຫາກາລະໂອກາດລົງທຶນຢູ່ SIAL ປາຣີ 2012

ຫວຽດນາມຊອກຫາກາລະໂອກາດລົງທຶນຢູ່ SIAL ປາຣີ 2012 - ảnh 1
(ພາບປະກອບ)

(vovworld) -     ງານ​ຕະຫຼາດນັດ​ສາກົນ​ອາຫານ​ກາ​ນກິນ ​ແລະ ​ເຄື່ອງ​​ດື່ມ (SIAL ປາ​ຣີ 2012) ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 21/10 ຢູ່​ສູນ​ວາງສະ​ແດງ ປາຣີ Nord Villepinte, ປາ​ຣີ, ປະ​ເທດ​ຝລັ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 5.800 ວິ​ສາ​ຫະກິດ​ທີ່​ມາ​ຈາກ 200 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໃນ​ໂລກ. 16 ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ SIAL ປາ​ຣີ ຄັ້ງ​ນີ້. ດ້ວຍ​ການ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ສະ​ເພາະ​ໃນ​ຂະ​ແໜງ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ສະບຽງອາຫານ​, ຍາມ​ໃດ SIAL ປາ​ຣີ ກໍ​ໄດ້ຮັບ​ຖືວ່າ​ແມ່ນ​ເຫດການ​ໃຫຍ່ ​ແລະ ສຳຄັນ​ຕໍ່​ຂະ​ແໜງ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ອາຫານ ​ແລະ ​ເຄື່ອງ​ດື່ມ​​ໃນ​ທົ່ວ​ໂລກ, ​ເຊິ່ງ​ຖືກຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງຢູ່​ປາຣີ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້​​ແມ່ນຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ທີ່​ແຕກ​ຕ່າງ​ກັນ, ​​ແຕ່​ພັດແມ່ນ​ບັນດາ​ຫົວໜ່ວ​ຍທີ່​ມີ​ອິດ​ທິພົນ​ຊື່​ສຽງ, ມີ​ຄວາມ​ສາ​ມາດ​ໃນ​ການ​ຜະລິດ, ສົ່ງ​ອອກ, ສົ່ງ​ເສີມ​ການ​ຄ້າ​ທີ່​ຂຶ້ນ​ກັບໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະ​ເສດ, ​ສິນ​ໃນ​ນ້ຳ ​ແລະ ​ເຄື່ອນ​ດື່ມ​ໃນ​ທົ່ວ​ປະ​ເທດ. ງານ​ຕະຫຼາດນັດ​ຈະ​ອັດ​ລົງ​ໃນ​ວັນ​ທີ 25/10.

ຂ່າວ/ບົດ​ອື່ນ