(
ພາບປະກອບ)
(vovworld) – ນັ້ນແມ່ນຂໍ້ສັງເກດຂອງຫົວໜ້າຄະນະຊ່ຽວຊານເສດຖະກິດ ທະນາຄານໂລກ Sandeep Mahajan ໃນບົດລາຍງານກ່ຽວກັບສະພາບການພັດທະນາເສດຖະກິດຫວຽດນາມ ປີ 2013 ເຊິ່ງປະກາດໃນຕອນບ່າຍວັນທີ 2/12 ຢູ່ຮ່າໂນ້ຍ. ທ່ານ Sandeep Mahajan ໃຫ້ຮູ້ວ່າ ປີ 2013, ເສດຖະກິດຫວຽດນາມ ມີສັນຍານດີພໍສົມຄວນ, ລະດັບເຕີບໂຕ ຈີດີພີ ເປັນປົກກະຕິ. ມີນັກລົງທຶນໄລຍະຍາວຂອງຫຼາຍປະເທດ ຍັງຄົງປະເອີບໃຈຕໍ່ລະດັບເຕີບໂຕເສດຖະກິດຂອງຫວຽດນາມ. ທະນາຄານໂລກສະເໜີວ່າ ເພື່ອສືບຕໍ່ຮັກສາລະດັບເຕີບໂຕຂອງພື້ນຖານເສດຖະກິດ ກໍ່ຄືຮັກສາເສດຖະກິດມະຫາພາກເປັນປົກກະຕິໃນໄລຍະຍາວ, ລັດຖະບານຫວຽດນາມ ຄວນເອົາໃຈໃສ່ເຖິງ 3 ເສົາຄຳ້ຕົ້ນຕໍ ແມ່ນກຳລັງແກ່ງແຍ້ງ, ຕ້ານການສໍ້ລາດບັງຫຼວງ ແລະ ຮັດແຄບຊ່ອງວ່າງຄວາມທຸກຍາກ, ອຶດຫີວ.