ຫວຽດນາມຍັງຄົງແມ່ນສະຖານທີ່ລົງທຶນທີ່ດູດດື່ມຂອງສິງຄະໂປ
ພາບປະກອບ
(vovworld) – ຕອນບ່າຍວັນທີ 4/6, ຢູ່ນະຄອນໂຮ່ຈີມິນ ໄດ້ໄຂເວທີປາໄສວິສາຫະກິດຫວຽດນາມ - ສິງຄະໂປ 2014. ທີ່ເວທີປາໄສ, ບັນດາວິສາຫະກິດສິງຄະໂປຕີລາຄາຫວຽດນາມແມ່ນສະຖານທີ່ລົງທຶນ, ດຳເນີນທຸລະກິດທີ່ປອດໄພ ແລະ ມີສະຖຽນລະພາບ, ແມ່ນພື້ນຖານເສດຖະກິດພັດທະນາຢ່າງແຮງ… ນີ້ແມ່ນແຫ່ງໄດ້ຮັບບຸລິມາສິດໃນການລົງທຶນຂອງບັນດາວິສາຫະກິດສິງຄະໂປ. ປີ 2013, ວົງເງິນການຄ້າລະຫວ່າງສອງປະເທດບັນລຸ 13 ຕຶ້ USD, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ປີ 2012. ດຣ ດ່ວານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ພົບປະກັບເຈົ້າໜ້າທີ່ຫຼາຍທ່ານ ແລະ ບັນດາວິສາຫະກິດຢູ່ເຂດທົ່ງພຽງແມ່ນຳ້ຂອງ, ເຂົາເຈົ້າຢາກສ້າງເຂດອຸດສາຫະກຳແບບຢ່າງຢູ່ທີ່ນີ້ເພື່ອຜະລິດປຸງແຕ່ງສະເພາະສິນໃນນ້ຳ.ເວທີປາໄສແມ່ນກາລະໂອກາດທີ່ດີເພື່ອແລກປ່ຽນຂໍ້ມູນກ່ຽວກັບບັນຫານີ້“