ຫວຽດນາມຍາດໄດ້ລາງວັນທີ່ການແຂ່ງຂັນກາເຟບົດສາກົນຄັ້ງທີ1
|
(vovworld)- ກາເຟ Aroma ແລະ Intensity ຂອງບໍລິສັດ Sobica J.S.C. ຫວຽດນາມ ຍາດໄດ້ວາງວັນທີ່ການແຂ່ງຂັນດ້ວຍຫົວຂໍ້ວ່າ: “ການແຂ່ງຂັນສາກົນຄັ້ງທີ 1 ກ່ຽວກັບກາເຟບົດຢູ່ບັນດາປະເທດຜະລິດກາເຟ” ໂດຍ ສະຫະສະມາຄົມຍົກສູງມູນຄ່າຜະລິດຕະພັນກະເສດ ຝລັ່ງ ຈັດຕັ້ງຂຶ້ນ. ພິທີມອບລາງວັນດຳເນີນໄປເວລາຜ່ານມາ ຢູ່ ສຳນັກງານການປົກຄອງ ເມືອງ 4 ນະຄອນ ປາຣີ. ທ່ານນາງ ຫວູທິທູຮັ່ງ, ຜູ້ອຳນວຍການພັດທະນາຕະຫລາດຂອງບໍລິສັດ Sobica ໃຫ້ຮູ້ວ່າ: ຜະລິດຕະພັນກາເຟ ທັງສອງຢ່າງຍາດໄດ້ວາງວັນລ້ວນແຕ່ມີຕົ້ນກຳເນີດຢູ່ ໄຕງວຽນ ໃນນັ້ນ ຜະລິດຕະພັນ Aroma ແມ່ນການປະສົມຂອງປະເພດກາເຟ Arabica ແຊບທີ່ສຸດຂອງຫວຽດນາມ ແລະ ກາເຟ Intensity ແມ່ນການປະສານສົມທົບຂອງກາເຟ Arabica ດາລາດ ແລະ Robusta ບວນມາທວດ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ Philippe Juglar, ປະທານ ສະຫະສະມາຄົມຍົກສູງມູນຄ່າຜະລິດຕະພັນກະເສດ ຝລັ່ງ ຕີລາຄາສູງຄຸນນະພາບກາເຟຫວຽດນາມ ແລະ ຢືນຢັນ ວ່າ ດ້ວຍລົດຫອມ ສະນັ້ນໄດ້ເຮັດໃຫ້ກາເຟຫວຽດນາມ ຍາດໄດ້ລາງວັນໃນການແຂ່ງຂັນກາເຟມີຄຸນນະພາບຊັ້ນນຳຂອງບັນດາປະເທດອື່ນໃນໂລກ.