ພາບປະກອບ
|
(vovworld) – ວັນທີ 6/4, ຫົວໜ້າກິລາປະເພດ Karatedo ຫວຽດນາມ ຫວູເຊີນຮ່າ ໃຫ້ຮູ້ວ່າ: ບັນດານັກກິລາ Karatedo ຫວຽດນາມ ໄດ້ບັນລຸຜົນສຳເລັດໃນການແຂ່ງຂັນຊິງຊະນະເລີດ Karatedo ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 4 ປີ 2015 ດ້ວຍ 12 ຫຼຽນຄຳ. ຍື່ນອັນດັບ 2 ແມ່ນຄະນະໄທ, ມາເລເຊຍ ໄດ້ຍື່ນອັນດັບທີ 3. ກໍ່ຕາມທ່ານ ຫວູເຊີນຮ່າ ແລ້ວ, SEA Games 28 ປີນີ້, ປະເທດເຈົ້າພາບສິງກາໂປ ໄດ້ລົບຊື່ການແຂ່ງຂັນມວຍ Karatedo ອອກຈາກບັນຊີລາຍຊື່ບັນດາປະເພດກິລາ ຈະແຂ່ງຂັນໃນປີ. ດັ່ງນັ້ນ, ພາຍຫຼັງການແຂ່ງຂັນຄັ້ງນີ້, ບັນດານັກມວຍ ຫວຽດນາມ ໄດ້ສຸມໃສ່ແຂ່ງຂັນໃນການແຂ່ງຂັນກິລາຂະໜາດໃຫຍ່ນັ້ນ ແມ່ນການແຂ່ງຂັນຊິງຊະນະເລີດ ອາຊີ ແລະ ການແຂ່ງຂັນຊິງຊະນະເລີດໜຸ່ມ ໂລກ.
ການແຂ່ງຂັນຊິງຊະນະເລີດ Karatedo ອາຊີຕາເວັນອອກຄັ້ງທີ 4 ປີ 2015 ຖືກດຳເນີນໄປໃນລະຫວ່າງວັນທີ 3 – 5/4 ຢູ່ລາວ ດ້ວຍການເຂົ້າຮ່ວມຂອງ 7 ປະເທດໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ແມ່ນ: ຫວຽດນາມ, ລາວ, ກຳປູເຈຍ, ໄທ, ມຽນມາ, ອິນໂດເນເຊຍ, ມາເລເຊຍ.