ຫວຽດນາມຕັ້ງໜ້າຮ່ວມມືກັບບັນດາປະເທດປ້ອງກັນ,ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ

ຫວຽດນາມຕັ້ງໜ້າຮ່ວມມືກັບບັນດາປະເທດປ້ອງກັນ,ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ

(vovworld) - ວັນ​ທີ 18/1, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ເລື່ອງວັນ​ທີ 18/1, ອິນ​ໂດ​ເນ​ເຊຍ ປະ​ຕິ​ບັດ​​ຄຳ​ຕັດ​ສິນການປະ​ຫານ​ຊີ​ວິດ​ສຳ​ລັບ​ພົນ​ລະ​ເມືອງ ຫວຽດ​ນາມ  ເຈີ່ນ​ທິ​ບີກ​ແຫ້ງ ​ຍ້ອນ​ຂົນ​ສົ່ງຢາ​ເສບ​ຕິດ​ຢ່າງ​ຜິດ​ກົດ​ໝາຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ​, ໃຫ້​ຮູ້​ວ່າ: ຫວຽດ​ນາມ ​​ເດັດ​ດຽວຕັດ​ສິນ​ລົງ​ໂທດບັນ​ດາ​ການ​ກະ​ທຳ​ຄ້າ​ຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຢ່າງ​​ເຂັ້ມ​ງວດ ​ທັງ​ແມ່ນ​ປະ​ເທດ​ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆໃນ​ການ​ຕໍ່​ສູ້, ປ້ອງ​ກັນ, ຕ້ານ​ບັນ​ດາ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສບ​ຕິດ. ກ່ຽວ​ຂ້ອງ​ເຖິງ​ເລື່ອງ ເຈີ່ນ​ທີ​ບີກ​ແຫ​້ງ ຖືກ​ຝ່າຍ ອິນ​ໂດ​ເນ​ເຊຍ ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ລົງ​ໂທດ​ຍ້ອນ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຢ່າງ​ຜິດ​ກົດ​ໝາຍ​ເຂົ້າ ອິນ​ໂດ​ເນ​ເຊຍ, ນັບ​ແຕ່​​ເດືອນ 6/2011 ມາ​ຮອດ​ປະ​ຈຸ​ບັນ, ການ​ນຳ​ຂັ້ນ​ສູງ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ໄດ້​ແລກ​ປ່ຽນ, ເຮັດ​ວຽກເປັນຫຼາຍ​ຄັ້ງ, ຮຽກ​ຮ້ອງ​ໃຫ້​ຝ່າຍ ອິນ​ໂດ​ເນ​ເຊຍ ຮັ​ບ​ປະ​ກັນ​ສິດ​ຜົນ​ປ​ະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ ຫວຽດ​ນາມ ໃຫ້ຖືກ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ແລະ ພິ​ຈາ​ລະ​ນາ​ຫລຸດ​ຜ່ອນ​ໂທດ​ບົນ​ຈິດ​ໃຈ​ມະ​ນຸດ​ສະ​ທ​ຳ. ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ ກໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​​ປົກ​ປ້ອງ​ທີ່​ຈຳ​ເປັນ​ສຳ​ລັບ​ກໍ​ລະ​ນີ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ