ຫວຽດນາມຕີລາຄາສູງບັນດາຄວາມມານະພະຍາຍາມຈັດຕັ້ງກອງປະຊຸມເຈລະຈາຂັ້ນສຸດຍອດລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ

(VOVWORLD) -ວັນທີ 27 ເມສາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ

ຫວຽດນາມຕີລາຄາສູງບັນດາຄວາມມານະພະຍາຍາມຈັດຕັ້ງກອງປະຊຸມເຈລະຈາຂັ້ນສຸດຍອດລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

(ພາບ: news.zing.vn)

“ຫວຽດນາມ ຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນການຈັດຕັ້ງສຳເລັດກອງປະຊຸມເຈລະຈາຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ອັນໄດ້ປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ, ໃນນັ້ນມີເລື່ອງຊຸກຍູ້ການປອດນິວເຄຼຍ ຢູ່ໃນແຫຼມເກົາຫຼີ. ຫວຽດນາມ ເຊື່ອໝັ້ນວ່າ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ມານະພະຍາຍາມຊຸກຍູ້ການເຈລະຈາ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສ້າງເປັນພື້ນຖານອັນຍາວນານໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ແຫຼມເກົາຫຼີ ແລະ ໃນພາກພື້ນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍຄືເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ