ທະນາຄານໂລກໄດ້ຈັດ ຫວຽດນາມເຂົ້າໃນບັນຊີລາຍຊື່ 10 ປະເທດ ທີ່ມີເງິນຝາກມາຈາກຕ່າງປະເທດຫຼາຍທີ່ສຸດຢູ່ໃນໂລກ. ປີ 2011, ຫວຽດນາມມີກວ່າ 9 ຕຶ້ USD ໂດຍຊາວຫວຽດນາມຢູ່ຕ່າງປະເທດຝາກມາລົງທຶນດຳເນີນທຸລະກິດ. ໃນນັ້ນ, ນະຄອນ ໂຮ່ຈີມິນມີ ຈຳນວນເງິນໂດຍຊາວຫວຽດນາມຢູ່ຕ່າງປະເທດຝາກມາຫຼາຍທີ່ສຸດ ກວມປະມານ 60%. ວັນທີ 7/1, ນະຄອນ ໂຮ່ຈີມິນຈະຈັດຕັ້ງລາຍການ ”ຊາວຫວຽດນາມຢູ່ຕ່າງປະເທດ - ເຊິ່ງແມ່ນຂົວເຊື່ອມຕໍ່ເຄື່ອງໝາຍການຄ້າຫວຽດນາມ” ເພື່ອແນໃສ່ພົບປະແລກປ່ຽນ, ແບ່ງປັນ ແລະຮຽກຮ້ອງຊາວຫວຽດນາມຢູ່ຕ່າງປະເທດເພີ່ມທະວີການລົງທຶນ ເພື່ອກໍ່ສ້າງ ແລະພັດທະນາປະເທດຊາດ.