ຫວຽດນາມຖືເປັນສຳຄັນການຮ່ວມມືຫຼາຍດ້ານກັບສະຫະພັນລັດເຊຍ

(VOVWORLD) -ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນແກ້ໄຂບັນດາສິ່ງກີດຂວາງປອດພາສີ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າຂອງ 2 ປະເທດໄດ້ສົ່ງອອກໄປຍັງຕະຫຼາດຂອງກັນ

ຫວຽດນາມຖືເປັນສຳຄັນການຮ່ວມມືຫຼາຍດ້ານກັບສະຫະພັນລັດເຊຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Dmitry Kozak

(ພາບ: VGP)

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ່າງເປັນທາງການ, ວັນທີ 10 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Dmitry Kozak.

        ທີ່ການພົບປະ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນແກ້ໄຂບັນດາສິ່ງກີດຂວາງປອດພາສີ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າຂອງ 2 ປະເທດໄດ້ສົ່ງອອກໄປຍັງຕະຫຼາດຂອງກັນ, ພິເສດແມ່ນສຳລັບບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດຍິ່ງກວ່າອີກ.

        2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງ ແລະ ເປີດກວ້າງຂອບເຂດບັນດາໂຄງການໃນຂົງເຂດພະລັງງານ ແລະ ນ້ຳມັນອາຍແກັດ, ພິເສດແມ່ນຍົກສູງປະສິດທິຜົນຂອງບັນດາວິສາຫະກິດຮ່ວມດຳເນີນທຸລະກິດ Vietsovpetro ແລະ Rusvietpetro ກວ່າອີກ. ພ້ອມທັງ, 2 ຝ່າຍເຫັນດີສືບຕໍ່ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງ 2 ປະເທດທີ່ເຂົ້າຮ່ວມບັນດາໂຄງການໃໝ່, ລວມທັງບັນດາໂຄງການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອ້າຍແກັດ, ກໍ່ຄືໄຟຟ້າອາຍແກັດ.

ຕອບກັບ

ຂ່າວ/ບົດ​ອື່ນ