ຫວຽດນາມປະຕິບັດ ສິດທິມະນຸດໃຫ້ແກ່ຊົນເຜົ່າ ສ່ວນໜ້ອຍເປັນຢ່າງດີ

                           
ຫວຽດນາມປະຕິບັດ ສິດທິມະນຸດໃຫ້ແກ່ຊົນເຜົ່າ ສ່ວນໜ້ອຍເປັນຢ່າງດີ - ảnh 1
ໃຫ້ຄຳປຶກສາເບິ່ງແບງສຸຂະພາບຢູ່ເມືອງເມື່ອຈ່າ
 (ພາບ: vietnamplus.vn)
(vovworld) - ຫວຽດນາມ​ປະຕິບັດ​ສິດທິ​ມະນຸດ​ໃຫ້​ແກ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຢ່າງ​ດີ, ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ນາງ Ewa Chylinski, ຜູ້​ຊ່ຽວຊານ​ທີ່​ປຶກສາ​ຂັ້ນ​ສູງ ​ສັງກັດ​ສູນ​​ເອີ​ລົບ ທີ່​ການ​ສຳ​ມະ​ນາ​​ເຝິກອົບຮົມທີ່​ມີ​ຫົວ​ຂໍ້​ວ່າ ”​ແລກປ່ຽນ​ຂໍ້​ມູນ​ມາດຖານ​ສາກົນ ​ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ສຳ​ພັດ​ກັບ​ສິດທິ​ມະນຸດ​​ໃນ​ການ​ເຂົ້າ​ຮ່ວມ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຊິ່ງນຳ​ໃຊ້​ໃນ​ກອບ​ກົດໝາຍ​ຢູ່​ຫວຽດນາມ” ​ໂດຍ​ຄະນະ​ກຳມະການ​ຊົນ​ເຜົ່າ​ສົມທົບ​ກັບ​ຄະນະ​ສະຫະພາບ​ເອີ​ລົບ​ປະຈຳ​ຫວຽດນາມ ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 7 ​ແລະ ວັນ​ທີ 8/3 ຢູ່​ແຂວງ ​ເລິ​ມດົ່ງ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ກົດໝາຍ, ນະ​ໂຍບາຍ​ທີ່​ມີ​ຕໍ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ​ ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽດນາມ… ບັນດາ​ຜູ້​ແທນ​ຖື​ວ່າ ລັດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ລົງທຶນ​ໃຫ້​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊ່ວຍ​ເຂົາ​ເຈົ້າ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ທ້ອງ​ຖີ່​ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ