ຫວຽດນາມປະຕິເສດບັນດາຖ້ອຍທຳນອງທີ່ຜິດພາດຂອງອົງການ Human Rights Watch

ຫວຽດນາມປະຕິເສດບັນດາຖ້ອຍທຳນອງທີ່ຜິດພາດຂອງອົງການ Human Rights Watch - ảnh 1

(vovworld ) -​ວັນ​ທີ 16/9/2014, ທ່ານ​ນາງ ເຈີນ​ທິ​ບີກ​ເວີນ, ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ໂດຍ​ຢືນ​ຢັນ​ວ່າ: “ຫວຽດ​ນາມ ປະ​ຕິ​ເສດ​ບັນ​ດາ​ຖ້ອຍ​ທຳ​ນອງ​ທີ່​ຜິດ​ພາດ​ຂອງ​ອົງ​ການ Human Rights Watch. ເລື່ອ​ງຫວຽດ​ນາມ ໄດ້​ລົງ​ນາມ​ໃນ “ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ທູບ​ຕີ​ທໍ​ລະມານ ແລະ ລົງ​ໂທດ ຫລື​​ການປະ​ພຶດ​ຕໍ່ຢ່າງ​ໂຫດ​ຮ້າຍ​ສາ​ມານ, ໄຮ້​ມະ​ນຸດ​ສະ​ທຳຫລື​ເຮັດ​ໃຫ້ເສຍ​ກຽດ​ສັກ​ສີ” ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້​ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ລັດ​ຫວຽດ​ນາມ ໃນ​ການ​ຕ້ານ​ຄືນ​ທຸກ​ການ​ກະ​ທ​ຳທູບ​ຕີ​ທໍ​ລະ​ມານ, ແລະ​ມີການ​ປະ​ພຶດຕໍ່​ຢ່າງ​ໂຫດ​ຮ້າຍ​ສາ​ມານ​ໃນໄລ​ຍະ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ, ​ພິ​ພາກ​ສາ ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ​ນັບ​ມື້​ນັບ​ດີກວ່າ.

ເມື່ອ​ມີ​ການ​ກະ​ທຳ​ທູບ​ຕີນທໍ​ລະ​ມານ​ໃນ​ໄລ​ຍະ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ, ພິ​ພາກ​ສາ ຈະ​ຖືກ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຄັ່ມ​​ຄືມ​ຕາມ​ລະ​ບຽ​ບ​ກົດ​ໝາຍ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ