ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາງVictoria Kawakwa
ພາບ:internet
|
(vovworld)- ນີ້ແມ່ນຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ການຕ້ອນຮັບທ່ານນາງ Victoria Kawakwa, ຜູ້ອຳນວຍການທະນາຄານໂລກ WB ປະຈຳຫວຽດນາມ ໃນຕອນບ່າຍວັນທີ 23/1. ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລ້ວ, ການຮ່ວມມືນີ້ແມ່ນມີຄວາມຈຳເປັນເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາຄາດໝາຍພັດທະນາເສດຖະກິດ ສັງຄົມປີ 2014. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປາດຖະຫນາຢາກບັນດາການຮ່ວມມືລະຫວ່າງ ຫວຽດນາມ ແລະ WB ໃນປີ 2014 ຈະມີບາດກ້າວພັດທະນາໃຫມ່, ນັບມື້ນັບບັນລຸປະສິດທິຜົນສູງກວ່າ. ທ່ານນາງ Victoria Kawakwa ໃຫ້ຮູ້ວ່າ: ທ່ານນາງມີຄວາມປະທັບໃຈພິເສດຕໍ່ສານຕົ້ນປີຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ໃນນັ້ນຍົກໃຫ້ເຫັນຫລາຍບັນຫາສຳຄັນທີ່ມີຕໍ່ການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານນາງ ຍັງເວົ້າວ່າ: ຫວຽດນາມ ຄວນເອົາໃຈໃສ່ ແລະ ປະຕິບັດບັນດາມາດຕະການຮັກສາເສດຖະກິດມະຫາພາກຢ່າງຂ້ຽວຂາດກວ່າ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ, ຮັກສາການເຕີບໂຕຢູ່ໃນລະດັບ ເໝາະສົມ ແລະ ປະຕິບັດວຽກງານຮັບປະກັນຊີວິດສັງຄົມ.