ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບກັບບັນດາປະເທດອາຊຽນ
ພົນໂທ ໂດ໋ບ໋າຕິ ແລະ ຜູ້ບັນຊາບັນດາກຳລັງປະກອບອາວຸດ ລາຊະອານາຈັກ ບຣູໄນ
(ພາບ: baovinhlong.com)
|
(vovworld) - ຢູ່ນອກກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນຄວາມສະຫງົບບັນດາປະເທດ ອາຊຽນ ຄັ້ງທີ 12 (ACDFIM – 12), ຖືກດຳເນີນໄປໃນວັນທີ 9 – 11/2, ຢູ່ນະຄອນຫຼວງ Kuala Lumpur ຂອງປະເທດ ມາເລເຊຍ, ທ່ານ ພົນໂທ ໂດ໋ບ໋າຕິ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ດຳເນີນການພົບປະ 2 ຝ່າຍ ກັບບັນດາຫົວໜ້າຄະນະຜູ້ແທນ ບຣູໄນ, ໄທ, ສປປ ລາວ ແລະ ກຳປູເຈຍ.
ທີ່ການພົບປະກັບຮອງເສນາທິການໃຫຍ່ກອງທັບປະຊາຊົນລາວ, ພົນໂທ ໂດ໋ບ໋າຕິ ສະເໜີບັນດາກຳລັງປ້ອງກັນຊາຍແດນ 2 ປະເທດເພີ່ມທະວີວຽກງານສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ, ລາດຕາເວນເຂດຊາຍແດນ, ສະກັດກັ້ນບັນດາການກະທຳລະເມີດກົດໝາຍຢູ່ຊາຍແດນ 2 ປະເທດເພື່ອແນໃສ່ຮັກສາເຂດຊາຍແດນ ຫວຽດນາມ - ລາວ ໃຫ້ເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ. ທີ່ການພົບປະກັບຜູ້ບັນຊາການກອງທັບລາຊະອານາຈັກ ກຳປູເຈຍ, ພົນໂທ ໂດ໋ບ໋າຕິ ຢັ້ງຢືນວ່າ: ການພົວພັນສາມັກຄີມິດຕະພາບລະຫວ່າງກອງທັບ 2 ປະເທດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນ. ທີ່ການພົບປະກັບຜູ້ບັນຊາບັນດາກຳລັງປະກອບອາວຸດ ລາຊະອານາຈັກ ບຣູໄນ, ພົນໂທ ໂດ໋ບ໋າຕິ ຕີລາຄາສູງການຊ່ວຍເຫຼືອຂອງ ບຣູໄນ ສຳລັບ ກອງທັບ ຫວຽດນາມ ໃນຂົງເຂດບຳລຸງສ້າງພະນັກງານ, ສະເໜີໃຫ້ຝ່າຍ ບຣູໄນ ໃນໄລຍະຈະມາເຖິງເພີ່ມຈຳນວນທຶນສຶກສາໃຫ້ແກ່ພະນັກງານ ຫວຽດນາມ. ໃນການພົບປະກັບຜູ້ບັນຊາການກຳລັງປ້ອງກັນປະເທດ ໄທ, ພົນໂທ ໂດ໋ບ໋າຕິ ສະເໜີວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືປ້ອງກັນປະເທດ, ພິເສດແມ່ນຮ່ວມມືກ່ຽວກັບການເດີນທະເລ, ພ້ອມທັງຍູ້ແຮງການຮ່ວມມືໃນຂົງເຂດກູ້ໄພກູ້ຊີບ, ລາດຕາເວນຮ່ວມກັນ, ຕິດຕໍ່ພົວພັນ, ບຳລຸງສ້າງພະນັກງານ.