ຫວຽດນາມປາດຖະໜາ ວ່າຮົງກົງຈະກັບຄືນສູ່ ສະພາບເປັນປົກ ກະຕິໂດຍໄວ
(ພາບ: Nguyễn Hùng )
(vovworld)- ວັນທີ 2/10, ຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ການແຫ່ຂະບວນປະທ້ວງຮຽກຮ້ອງປະຊາທິປະໄຕຢູ່ຮົງກົງ, ທ່ານເລຫາຍບິ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ນີ້ແມ່ນບັນຫາພາຍໃນຂອງຈີນ, ຫວຽດນາມ ຫວັງວ່າ, ອຳນາດການປົກຄອງຮົງກົງ ຈະມີບັນດາມາດຕະການເໝາະສົມເພື່ອສ້າງສະພາບການເປັນປົກກະຕິໂດຍໄວ. ກ່ຽວກັບວຽກງານປົກປ້ອງພົນລະເມືອງຫວຽດນາມ ຢູ່ຮົງກົງ, ທ່ານເລຫາຍບິ່ງໃຫ້ຮູ້ວ່າ:
“ພາຍຫຼັງມີຂ່າວກ່ຽວກັບສະພາບແຫ່ຂະບວນປະທ້ວງຢູ່ຮົງກົງ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ກົງສູນໃຫ່ຍຫວຽດນາມ ປະຈຳຮົງກົງ ມີບັນດາມາດຕະການເໝາະສົມເພື່ອຮັບປະກັນຄວາມປອດໄພໃຫ້ພົນລະເມືອງຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຮົງກົງ. ກະຊວງການຕ່າງປະເທດຫວຽດນາມ ຕັກເຕືອນວ່າບັນດາ ພົນລະເມືອງຫວຽດນາມ ບໍ່ຄວນໄປເຖິງເຂດເກີດການແຫ່ຂະບວນປະທ້ວງ ຫຼີກເວັ້ນກໍລະນີສັບສົນອາດຈະເກີດຂຶ້ນ“./.